Nakai Nam Theun National Park

ກິດຈະກຳສ້ອມແປງຂົວຂ້າມຫ້ວຍແກ້ຜ້າ ບ້ານ ທົ່ງນ້ອຍ ເຂດເຕິງໂດຍການມີສ່ວນຮ່ວມຂອງຊຸມຊົນ

ວັນທີ 17-20 ເດືອນ ມີຖຸນາ ປີ 2024  ໄດ້ສ້າງກິດຈະກຳສ້ອມແປງ ຂົວໄມ້ຫ້ວຍຫາດແກ້ຜ້າ (ຍາວ 9 ແມັດ) ບ້ານ ທົ່ງນ້ອຍ ເຂດເຕິງໂດຍການມີສ່ວນຮ່ວມຂອງຊຸມຊົນເພື່ອອຳນວຍຄວາມສະດວກໃຫ້ກັບການສັນຈອນໄປມາຫາສູ້ກັນລະຫວ່າງບ້ານຕໍ່ບ້ານໃນເຂດເຕິງເຊິ່ງໃນນັ້ນກໍ່ແມ່ນການມີສ່ວນຮ່ວມຂອງຊຸມຊົນເປັນເຈົ້າການໃນການຈັດຕັ້ງປະຕິບັດໃນການປັບປຸງເພື່ອໃຫ້ໄປມາໄດ້ໃນ 2 ລະດູ

ຄະນະກວດກາເອກະລາດ IMA ລົງຕິດຕາມການຈັດຕັ້ງປະຕິບັດວຽກງານຂອງ ກອຊ.ນທ ໃນຄັ້ງວັນທີ 11-28 ພຶດສະພາ 2024

ໃນວັນທີ 11-28 ພຶດສະພາ 2024 ຄະນະກວດກາເອກະລາດໄດ້ລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ ເດືອນມັກອນ-ເດືອນເມສາ 4ເດືອນຕົ້ນປີ 2024  ຂອງ ກອງຄຸ້ມຄອງອຸທິຍານແຫ່ງຊາດ-ນາກາຍນໍ້າເທີນ, ກອງຄູ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ 4ເດືອນຕົ້ນປີ 2024 ຮ່ວມກັບຄະນະກວດກາເອກະລາດ IMA ແລະ ພ້ອມດຽວກັນນັ້ນທາງ ຄະນະກວດກາເອກະລາດ IMA ກໍ່ຍັງໄດ້ລົງພົບກັບຄູ່ຮ່ວມງານທຸກຫ້ອງການຂອງເມືອງ ນາກາຍ, ຍົມມະລາດ, ບົວລະພາ, ເມືອງຄໍາເກີດ, ພົບກັບອໍນາດການຈັດຕັ້ງບ້ານ ປະຊາຊົນ 3 ເຂດເທິງ ເຂດນາວາງ, ເຂດທ່າໄຜ່ບ້ານ ແລະ ເຂດເຕິງ ເຊິ່ງໄດ້ຮັບການອໍານວຍຄວາມສະດວກຈາກຄູ່ຮ່ວມງານອໍານາດການປົກຄອງບ້ານຊາວບ້ານຫົວໜ້າເຂດເປັນຢ່າງດີ ພາຍຫຼັງທີ່ໄດ້ລົງຕິດຕາມກວດກາທ້ອງຖິ່ນສໍາແລ້ວກໍ່ໄດ້ມີການປະຊຸມ ແລະ ເຮັດວຽກກັບຄະນະກອງ,ຫົວໜ້າໜ່ວຍງານ, ວິຊາການພະນັກງານ ຂອງກອຊ.ນທ ກ່ອນຈະເດີນທາງໄປເຮັດວຽກ ແລະ ລາຍງານໃຫ້ກັບ ຮອງປະທານສະພາ, ສະມາຊິກສາພາ ບໍລິຫານ ແຂວງຄໍາມ່ວນ, ແຂວງບໍລິຄໍາໄຊ ແລະ ປະທານສະພາບໍລິຫານ ກະຊວງກະສິກໍາ ແລະ ປ່າໄມ້

ຝຶກອົບຮົມເວັບໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ ວັນທີ 19-25/05/2024

ຝຶກອົບຮົມ​ເວັບ​ໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ ວັນທີ 19-25/05/2024 ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມຊັ້ນ2 ຂອງກອງຄຸ້ມຄອງອູທິຍານແຫ່ງຊາດນາກາຍ-ນໍ້າເທີນ ວາລະໄດ້ດໍາເນີນການຈັດຕັ້ງປະຕິບັດການຝຶກອົບຮົມເປັນເວລາ 3 ວັນ ເພື່ອສ້າງຄວາມອາດສາມາດໃຫ້ກັບພະນັກງານຜູ້ຮັບຜິດຊອບບໍລິຫານຄຸ້ມຄອງ​ເວັບ​ໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ /*! elementor – v3.19.0 – 05-02-2024 */ .elementor-widget-image{text-align:center}.elementor-widget-image a{display:inline-block}.elementor-widget-image a img[src$=”.svg”]{width:48px}.elementor-widget-image img{vertical-align:middle;display:inline-block}

ເຈົ້າຫນ້າທີ່ ພັດທະນາຊຸມຊົນ

ອ່ຽນພອນ ອ່ອນເລື້ອງໄຊ ເຈົ້າຫນ້າທີ່ ອຸທິຍາແຫ່ງຊາດ ນາກາຍ ນ້ຳເທີນ ສັງກັດຢູ່ຈຸງານພັດທະນາຊີວິການເປັນຢູ່ ເລິ່ມເຂົ້າມາເຮັດວຽກງານອະນຸລັກນັບຕັ້ງແຕ່ສົກປີ 2022 ເປັນຕົ້ນມາ ຫນຶ່ງໃນເຈົ້າຫນ້າທີ່ທີ່ໄດ້ອຸທິຕົນລົງ ນຳພາຊຸມຊົນເພື່ອສູ້ຊົນໃຫ້ບັນລຸວຽກງານພື້ນຖານໂດຍສະເພາະເພື່ອຫລຸດພົ້ນອອກຈາກຄອບຄົວທຸກຍາກຕາມດຳລັດ 348 ຂອງລັດຖະບ້ານ.

ວຽກງານ ສໍຳຫຼວດຈຸດສ້ອມແປງເສັ້ນທາງຂະນາດນ້ອຍ ແຕ່ບ້ານຕອງ ຫາ ບ້ານ ປຸ່ງສ້ານ

ໃນຄັ້ງວັນທີ່ 20/02/2024 ວິຊາການພັດທະນາກອງຄຸ້ມຄອງໄດ້ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ນາກາຍ ພ້ອມຄະນະຊີ້ນຳເຂດ ລົງກວດການສະພາບການປັບປຸງເສັ້ນທາງ ລະຫວ່າງບ້ານ ຕອງ ຫາ ປຸ່ງສ້ານ ທີ່ມີຄວາມຍາວ 3.94 ກິໂລແມັດ ສຳເລັດການປັບປຸງ

ເຮືອໃຫຍ່ນາກາຍນໍ້າເທີນ2

ນາກາຍນໍ້າເທີນຕັ້ງຢູ່ທິດຕາເວັນອອກສຽງເໜືອຂອງແຂວງຄໍາມ່ວນເຊິ່ງມີແຫຼ່ງຜະລິດໄຟຟ້າໂດຍມີ ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ເປັນຜູ້ປົກຮັກສາປ່າໄມ້ ແລະ ທໍາມະຊາດເພື່ອສະໜອງແຫຼ່ງນໍ້າໃນການປ້ອນເຂົ້າເຮືອນຈັກຜະລິດໄຟຟ້າ ແມ່ນໍ້າຫຼາຍສາຍມາລວມຕົວກັນເອີ້ນວ່ານໍ້າເທີນ ມີຫຼາກຫຼາຍຊີວະນາໆພັນບໍ່ຈະເປັນພັນພືດ, ພັນໄມ້, ພັດສັດ ນັກທ່ອງທ່ຽວມັກມາທ່ຽວຊົມເຮືອໃຫຍ່ ແລະ ນໍ້າທີ່ເຄີຍຄືກັບທະເລ ຫຼືເອີນວ່າທະເລລາວ /*! elementor – v3.19.0 – 05-02-2024 */ .elementor-widget-image{text-align:center}.elementor-widget-image a{display:inline-block}.elementor-widget-image a img[src$=”.svg”]{width:48px}.elementor-widget-image img{vertical-align:middle;display:inline-block}

ພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ

ພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ ວັນທີ 14 ພຶດສະພາ 2024 ນີ້ ຢູ່ທີ່ຫ້ອງການບ້ານນາທ່ອນ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ ລະຫວ່າງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດກັບກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນຂື້ນ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ບຸນຍົມ ຫຼວງບຸນມາ ຄະນະປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ປອ ສີສົມພອນ ສຸດທິຈັກ ຮອງຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ, ມີບັນດາຫົວໜ້າຫ້ອງການ, ພະນັກງານກໍ່ສ້າງຮາກຖານການ ຂັ້ນແຂວງ, ຂັ້ນເມືອງ ເຂດທົ່ງແຄະ, ຄະນະນາຍບ້ານ, ຕະຫຼອດຮອດພໍ່-ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ. ໃນພິທີ ທ່ານ ດຳມອນ ໄຊຍະວົງ ຕ່າງໜ້າວິຊາການປະຈໍາພາກສະໜາມ ທີ່ຖືກແຕ່ງຕັ້ງ, ຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຄໍາເກີດ ທ່ານໃຫ້ຮູ້ວ່າ: ຄວາມເປັນມາ ແລະ ຄວາມຈຳເປັນຂອງການກໍ່ສ້າງໂຄງການດັ່ງກ່າວທ່ານໃຫ້ຮູ້ວ່າ: ເພື່ອເປັນການປະຕິບັດຕາມແຜນພັດທະນາເສດຖະ ກິດສັງຄົມ 05 ປີ (2019-2023) ຂອງເມືອງຄໍາເກີດ […]

ກອງປະຊຸມຖອດຖອນບົດຮຽນຮ່ວມກັບຄູ່ຮ່ວມງານ ກຳລັງປ້ອງກັນຊາດ ເເລະ ກຳລັງປ້ອງກັນຄວາມສະຫົງບສຸກ.

ໃນວັນທີ 2 ພຶດສະພາ 2024 ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໄດ້ຈັດກອງປະຊຸມປຶກສາຫາລືເເລກປ່ຽນບົດຮຽນຮ່ວມກັບຄູ່ຮ່ວມງານ ກຳລັງປ້ອງກັນຊາດ ເເລະ ກຳລັງປ້ອງກັນຄວາມສະຫົງບສຸກ ກ່ຽວກັບວຽກງານປະຕິບັດລະບຽບການ ອຸທິຍານແຫ່ງຊາດນາກາຍ-ນ້ຳເທິນ ໃນໄລຍະຜ່ານມາ ເເລະ ທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມໃນຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ສີທັດ ພິມມະຈັນ ຮັກສາການ ຫົວໜ້າກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ມີຜູ້ເຂົ້າຮ່ວມທັງໝົດ 26 ທ່ານ ຍິງ 0 ທ່ານ ຈາກພະເເນກການທີ່ກ່ຽວຂ້ອງ ແຂວງ ຄຳມ່ວນ ແລະ ແຂວງ ບໍລິຄຳໄຊ, ຄະນະຊີ້ນຳເຂດ,ຫົວໜ້າຫ້ອງການເຂດ ຕະຫລອດຮອດພະນັກງານວິຊາການໜ່ວຍງານປະຕິບັດລະບຽບການເຂົ້າຮ່ວມຢ່າງພ້ອມພຽງ. /*! elementor – v3.19.0 – 05-02-2024 */ .elementor-widget-image{text-align:center}.elementor-widget-image a{display:inline-block}.elementor-widget-image a img[src$=”.svg”]{width:48px}.elementor-widget-image img{vertical-align:middle;display:inline-block}