Nakai Nam Theun National Park

ພາກສະເໜີ.

ຄວາມຕ້ອງການໃນການແກ້ໄຂບັນຫາແບບສ້າງສັນໃນການອະນຸລັກ​. ການເຂົ້າເຖິງຄວາມຮູ້ໄດ້ໂດຍຫຼາຍ​ວິທີ ແລະ​ ໂລກຄວນຊ່ວຍເຮົາໃນການປົກປັກຮັກສາ.

  

ວຽກງານການໂຄ​ສະ​ນາເຜີຍແຜ່ທີ່ມີປະສິດຕິພາບ ແມ່ນ​ມີ​ຄວາມສໍາຄັນໃນການສື່ສານທາງດ້ານແນວຄວາມຄິດ, ເນື້ອຫາ, ຜົນ​ໄດ້​ຮັບ ແລະ ປະກອບດ້ວຍບົດເລື່ອງຕ່າງໆ ເພືອສື່ເຖິງ ທັງໝົດຂອງລະບົບການຄຸ້ມຄອງ ແລະ ປົກປັກຮັກສາປ່າ​ສະ​ຫງວນໃຫ້ແກ່ຜູ້ມີສ່ວນຮ່ວມໃນການອະນຸລັກ. ຈຸດປະສົງໃນການເຂົ້າຮ່ວມໂຄສະນາເຜີຍແຜ່ປູກ​ຈິດ​ສຳ​ນຶກ, ສຶກສາອົບຮົມ, ປັບປຸງ ແລະ ກະຕຸ້ນການປ່ຽນແປງພຶດຕິກໍາຂອງມະນຸດທີ່​ເຄີຍ​ຊິນ ເພື່ອຢຸດຕິການຄ້າຂາຍສັດປ່າທີ່ຜິດກົດຫມາຍ (IWT).

ຄວາມພະຍາຍາມຂອງວຽກງານໂຄ​ສະ​ນາເຜີຍແຜ່ຈະໄດ້​ເຊື່ອມ​​ໂຍງເຂົ້າ​ໃນ​ລະ​ບົບການສຶກສາ; ຍົກລະດັບທັກສະ ການສິດສອນ ແລະ ທັກສະໂຄສະນາ; ພັດທະນາຄວາມຮູ້ດ້ານສິ່ງແວດລ້ອມ; ເພີ່ມຄວາມຮູ້ກ່ຽວກັບສະຖານະພາບ ແລະ ຄວາມສໍາຄັນຂອງນິເວດວິທະຍາທ້ອງຖິ່ນ; ແລະ ເຜີຍແຜ່ລະ​ບຽບກົດຫມາຍ ຫຼື ນິ​ຕິ​ກຳຕ່າງໆທີ່​ກ່ຽວ​ຂ້ອງ.

ເມື່ອເຂົ້າຮ່ວມ​ຈັດ​ຕັ້ງ​ປະ​ຕິ​ບັດກິດ​ຈະ​ກຳຮ່ວມກັບຊຸມຊົນ​ ກໍ່ເພື່ອປ່ຽນແປງພຶດຕິກໍາຂອງເຂົາເຈົ້າ, ມັນມີຄວາມສໍາຄັນທີ່ຈະເຂົ້າໃຈເຖິງທັດສະນະ, ອຸ​ປະ​ນິ​ໃສ, ແຮງຈູງໃຈ ແລະ ພຶດຕິກໍາຂອງຜູ້ຄົນທີ່ໄດ້ຮັບຜົນກະທົບຈາກກຸ່ມໄດໜຶ່ງຂອງສັງຄົມ. ການສຶກສາທາງດ້ານວິທະຍາສາດນີ້ແມ່ນເປັນທີ່ຮູ້ຈັກຈິດຕະ​ວິທະຍາທາງດ້ານສັງຄົມ ຫຼື ທິດສະດີດ້ານພຶດຕິກໍາທີ່​ມີ​ການວາງແຜນໄວ້ແລ້ວ (TPB) (St John et al., 2014). ການນໍາໃຊ້ທິດ​ສະ​ດີ TPB, ມີຈຸດປະສົງທີ່ຈະສົ່ງຜົນກະທົບຕໍ່ພຶດຕິກໍາຂອງຄົນ ອາດຖືກອອກແບບມາໃຫ້ດີຂຶ້ນໂດຍການເຂົ້າໃຈກ່ຽວກັບຄວາມສໍາຄັນຂອງທັດສະນະຄະຕິ (ຮັບຮູ້ຜົນປະໂຫຍດ-ຄ່າໃຊ້ຈ່າຍສ່ວນບຸກຄົນ); ບັນດາມາດຕະຖານທາງດ້ານສັງຄົມ (ຄວາມຮູ້ສຶກຄວາມກົດດັນທາງດ້ານສັງຄົມ) ແລະ ຄວາມສາມາດໃນການປະຕິບັດ (St John et al., 2014).

ທິມງານໂຄສະນາເຜີຍແຜ່ ແລະ ສ້າງ​ຈິດ​ສຳ​ນຶກ​ເພື່ອ ສົ່ງເສີມການອະນຸລັກໃຫ້ຊຸມຊົນ (COCA) ມີຈຸດປະສົງເພື່ອສ້າງຄວາມ​ເຂົ້າໃຈ; ໃຫ້ເຫດຜົນກ່ຽວ​ກັບ​ວຽກ​ງານອະນຸລັກຜ່ານລະ​ບົບການສຶກສາ ແລະ ປູກຈິດສໍານຶກ​ໃຫ້​ກັບ​ຮຸ່ນ​ຄົນ​ແຕ່​ຍັງ​ເຍົາ​ໄວ; ກະຕຸ້ນ ສົ່ງເສີມ​ໃຫ້​ມີຄວາມ​​ຮັກ, ມີຄວາມເມດ​ຕາ​ສົງ​ສານ​ຕໍ່​ຊະ​ນິດ​ພັນທີ່ມີໃນທ້ອງຖິ່ນ; ໃຫ້ເປັນກອບດ້ານຈັນຍາບັນ  ທີ່ປະຕິບັດພັນທະຂອງພວກເຮົາເພື່ອປົກ​ປັກ​ຮັກ​ສາ ຊະ​ນິດ​ພັນ​ທີ່​ມີຄວາມ​ສ່ຽງ​ສູງ​​ຕໍ່ການ​ສູນ​ພັນ​ປະສະຈາກການລົບ​ກວນ ຫຼື ທໍາລາຍ ແລະ ການເຊື່ອມ​ໂຍງ ຂອງພວກເຮົາ​ເຂົ້າກັບລະບົບນິເວດວິທະຍາທັງຫມົດ; ໃຫ້ໂອກາດເຂົ້າຮ່ວມ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ; ການປະກອບຄຳເຫັນຂອງຊາວບ້ານ ແລະ ຄວາມຫມັ້ນໃຈຂອງເຂົາເຈົ້າ; ແລະ ພ້ອມ​ດຽວ​ກັນ​ນີ້ກໍ່ຈະເປັນການສ້າງຄວາມກົດດັນໃຫ້ກັບສັງຄົມຕໍ່ການ​ບຸກ​ລຸກ​ທຳ​ລາຍ ແລະ ການ​ລ່ວງລະເມີດ​ລະ​ບຽບ​ກົດ​ໝາຍຂອງ​ ກຸ່ມ​ຄົນ​ທີ່​ສວຍ​ໂອ​ກາດ ແລະ ເຫັນ​ແກ່​ຕົວ.

ຫນຶ່ງໃນບັນດາສິ່ງທ້າທາຍໃຫຍ່ທີ່ສຸດໃນ​ວຽກ​ງານ​ໂຄ​ສະ​ນາເຜີຍແຜ່ ແມ່ນການປະເມີນຜົນຂອງພວກເຂົາ. ນັກວິທະ ຍາສາດສັງຄົມຄວນໄດ້ຮັບການມີສ່ວນຮ່ວມ ແລະ ຕ້ອງການການຄົ້ນຄວ້າຕື່ມອີກໃນວິທີການປະເມີນຜົນ. ກ່ອນທີ່ຈະມີການອອກ​ແບບ​ລາຍການໂຄ​ສະ​ນາ​ເຜີຍ​ແຜ່ຕື່ມອີກ, ການປະເມີນໂຄງການຂັ້ນພື້ນຖານຈະຈັດຂຶ້ນເພື່ອສ້າງພື້ນ ຖານທີ່ມີຈຸດສຸມກ່ຽວກັບຄວາມຮູ້ ແລະ ຄວາມເຂົ້າໃຈຂອງຜູ້ເຂົ້າຮ່ວມ. ການປ່ຽນແປງພຶດຕິກໍາຂອງ​ຊຸມ​ຊົນຈະໄດ້ຮັບການວັດແທກໂດຍຜ່ານ​ຂະ​ບວນ​ການ ການປະຕິບັດລະ​ບຽບກົດຫມາຍ ແລະ ການກວດກາ​ຕິດ​ຕາມສັດປ່າ. ເຖິງຢ່າງໃດກໍ່ຕາມ, ການນໍາໃຊ້ວິທີການທາງວິທະຍາສາດຢ່າງເຄັ່ງຄັດເພື່ອສືບຕໍ່ການຄົ້ນຄວ້າທິດສະດີພຶດຕິກໍາທີ່​ມີ​ການວາງແຜນໃນແຕ່ລະບ້ານທີ່ແຕກຕ່າງກັນພາຍໃນ​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ​ນາ​ກາຍ ​ນ້ຳ​ເທີນ, ເຂດ​ອ້ອມ​ຮອບ ແລະ ບັນດາປະເທດໃກ້ຄຽງແມ່ນຢູ່ນອກຂອບເຂດຂອງອົງປະກອບໃນແຜນຍຸດທະສາດນີ້.

ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່ຈະຖືກລວມເຂົ້າກັນ​ໃນແຜນຍຸດທະສາດກັບທີມງານກວດກາ​ລາດ​ຕະ​ເວນບ້ານ, ຄວາມພະຍາຍາມ​ໃນ​ການຕິດຕາມສັດປ່າ ແລະ ​ວຽກພັດທະນາ​ເພື່ອ​ພັດທະນາຊີວິດການເປັນຢູ່ໃຫ້ກັບຊຸມຊົນ, ແກ້ໄຂບັນຫາໄພຂົ່ມຂູ່ທີ່ສໍາຄັນ ແລະ ສົ່ງເສີມສຸຂະພາບຂອງຊຸມຊົນໃຫ້ດີຂື້ນ ແລະ ລະບົບນິເວດວິ​ທະ​ຍາໃນປ່າ​ສະ​ຫງວນ NPA. Cooney et al (2016) ໄດ້ຄົ້ນພົບວິທີການທີ່ກ່ຽວຂ້ອງໂດຍກົງກັບຊຸມຊົນໃນການ​ສະ​ກັດ​ກັ້ນການ​ລັກ​ລອບ​ຄ້າ​ຂາຍ​ສັດ​ປ່າ IWT ມີບາງປະໂຫຍດທາງດ້ານສັງຄົມ ແລະ ສາມາດເພີ່ມປະສິດທິພາບ ແລະ ອໍານາດໃນການບັງຄັບໃຊ້​ກົດ​ໝາຍ.

ພວກເຮົາສົມມຸດຖານວ່າ ແຜນຍຸດທະສາດລວມນີ້ຈະເຮັດໃຫ້ມີການປ່ຽນແປງໃນການຮັບຮູ້, ຄວາມຮູ້, ການຮັບຮູ້​ຜົນປະໂຫຍດ-ຄ່າໃຊ້ຈ່າຍສ່ວນບຸກຄົນ ແລະ ຄວາມຮັບຮູ້ຂອງອົງການເອກະຊົນເພື່ອສະ​ກັດ​ກັ້ນ​ການ​ລັກ​ລອບ​ຄ້າ​ຂາຍສັດ​ປ່າ IWT, ໂດຍສະເພາະ ຜູ້​ລັກ​ລອບ​ທີ່​ມາ​ຈາກພາຍນອກເພີ່ມຂື້ນ ທີ່ບໍ່ຍອມເຂົ້າຫາບ້ານ ແລະ ​ລາຍງານກິດຈະກໍາທີ່​ກະ​ທຳຜິດກົດຫມາຍໃຫ້ກັບທີມງານ​ສຸກເສີນ ແລະ ອໍານາດການປົກຄອງທ້ອງຖິ່ນຫຼາຍຂື້ນ. ໃນທີ່ສຸດພວກເຮົາຫວັງວ່າຈະເຫັນການປ່ຽນແປງພຶດຕິກໍາຂອງມະນຸດໂດຍຜ່ານການ​ປະ​ຕິ​ບັດ​ລະ​ບຽບ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດຂອງທີມງານກວດກາ​ລາດ​ຕະ​ເວນ ແລະ ທິມ​ງານກວດ​ກາ​ຕິດ​ຕາມ​ສັດ​ປ່າ.

ຄວາມ​ເປັນ​ມາ

ຈຸດ​ປະ​ສົງ ແລະ ວິ​ທີ​ການ​ໂຄ​ສະ​ນາ​ເຜີຍ​ແຜ່

ອຸທິຍານແຫ່ງຊາດ​ນາ​ກາຍ ​ນ້ຳ​ເທີນ ​ເປັນເນື້ອທີ່ປ່າທໍາມະຊາດທີ່​ກ້​ວາງ​ຂວາງເຕັມ​ໄປ​ດ້ວຍ​ຄວາມ​ອຸ​ດົມ​ສົມ​ບູນຄວາມຫຼາກຫຼາຍ​ທາງ​ດ້ານ​ຊີ​ວະ​ນາໆ​ພັນ ແລະ ໃຫຍ່ທີ່ສຸດໃນ​ ສ​ປ​ປ. ລາວ. ເປັນບ່ອນຢູ່ອາໄສຂອງສັດປ່າຫຼາຍຊະນິດ; ເປັນ​ພື້ນທີ່ ​ທີ່ມີ​ເອ​ກະ​ລັກໂດດເດັ່ນ​ ມີຄຸນຄ່າ​ສູງ ​​ໃນການອະ​ນຸ​ລັກ​ຂ​ອງ​ເຂດອາຊີ ຕາເວັນອອກສ່ຽງໃຕ້.  ການຈັດ​ສັນຄຸ້ມຄອງທີ່ມີປະສິດທິຜົນ​ໃນ​ອຸທິຍານແຫ່ງຊາດ​ນາ​ກາຍ ​ນ້ຳ​ເທີນ NNT NP ແມ່ນມີຄວາມສໍາຄັນໃນການອະນຸລັກລະ​ດັບໂລກ​ເຊັ່ນ; ເສົາ​ລາ Saola (Pseudoryx nghetinhensis) ແລະ ​ຟານ​ເຂົາ​ໃຫຍ່ Large-Antlered Muntjac (Muntiacus vuquangensis).

ເຂດ​ແຫຼ່ງ​ນ້ຳ ນ້ຳ​ເທີນ2 ແມ່ນຫນຶ່ງໃນເຂດພູ​ດອຍຂອງ ສປປ ລາວ ຫຼື ຫວຽດນາມ, ແລະ ​ເຂດ​ອຸທິຍານ​ແຫ່ງ​ຊາດ​ນາ​ກາຍ​ ​ເທີນ NNT NP ແມ່ນ​ເປັນເນື້ອທີ່ປ່າສະຫງວນທີ່ສໍາຄັນ ທີ່ເຊື່ອມຕໍ່ຕາມຊາຍແດນລາວ – ຫວຽດນາມ. ຮ່ວມກັນ, ເປັນເຂດ​ອະ​ນຸ​ລັກ​ປົກ​ປັກ​ຮັກ​ສາ​ສຳ​ຄັນ​ຕົ້ນ​ຕໍໃນ​ການ​ເຊື​ອມ​ໂຍງບັນດາ​ເຂດ​ປ່າສະຫງວນ​ທີ່​ຢູ່​ຕາມ​ແນວ​ຊາຍ​ແດນ​ລາວ-ຫວຽດ​ນາມ ​ທັງເປັນຖິ່ນ​ທີ່​ຢູ່​ອາ​ໃສ​ຂອງຊີວະນາໆພັນທີ່ເຫລືອຢູ່ໃນ​ເຂດອາຊີຕາເວັນອອກສ່ຽງໃຕ້.

ອາຊີຕາເວັນອອກສ່ຽງ​ໄຕ້ໄດ້ຮັບຜົນກະທົບຈາກການຫຼຸດລົງຂອງ​ປະ​ຊາ​ກອນສັດປ່າສູງທີ່ສຸດໃນໂລກ, ສ່ວນໃຫຍ່ແມ່ນຍ້ອນການ​ລັກ​ລອບ​ລ່າ ເພື່ອ​ເປັນ​ສິນ​ຄ້າ .  ເຖິງວ່າຈະມີການຈົດທະບຽນ ແລະ ປະ​ກາດ​ເປັນເຂດອຸທິຍານແຫ່ງຊາດແລ້ວ​ກໍ່​ຕາມ, ກໍ່ຍັງມີບາງຈໍານວນຊະນິດ​ພັນ​ທັງ​ພືດ ​ແລະ ສັດຖືກຄຸກຄາມຈາກການຂຸດຄົ້ນ​ເປັນ​ສິນ​ຄ້າທີ່ຜິດກົດຫມາຍ ລວມທັງໄມ້ທີ່​ມີ​ຄຸນ​ຄ່າ ແລະ ສັດຈໍານວນຫນຶ່ງສໍາລັບຕະຫຼາດຢາພື້ນເມືອງ ບັນຫາໃຫຍ່ທີ່ກໍາລັງເກີດຂື້ນ ແລະ ແຜ່​ລາມໃນເຂດນີ້ ແລະ ນຳໃຊ້ຢ່າງກວ້າງຂວາງ​ແມ່ນ​ການ​ໃສ່​ແຮ້ວ,ກັບ​ດັກ,ການຄຸດຄົ້ນເຄື່ອງປ່າຂອງດົງແບບຜິດກົດໝາຍ.

ຄວາມ​ຕ້ອງ​ການ​ສຳ​ລັບການ​ໂຄ​ສະ​ນາ​ເຜີຍ​ແຜ່  (ຊ່ອງ​ຫ່​ວາງ)

ໄພ​ຂົ່ມ​ຂູ່ຫຼັກ

ທີມງານໂຄ​ສະ​ນາເຜີຍແຜ່ຈະ​ຕ້ອງ​ໄດ້ພັດທະນາ​ລາຍ​ການເປົ້າຫມາຍ​ ​ເຜີຍ​ແຜ່ ເພື່ອແກ້ໄຂໄພຂົ່ມຂູ່ທີ່ສໍາຄັນດັ່ງຕໍ່ໄປນີ້:

ວິ​ໄສ​ທັດ 

 ໜ້າທີ່ 

ຈຸດປະສົງ

ຍຸດທະສາດ

 

 

ກຸ່ມ​ເປົ້າ​ໝາຍ

ກຸ່ມເປົ້າຫມາຍສໍາລັບການໂຄ​ສະ​ນາເຜີຍແຜ່ ສາມາດແບ່ງອອກເປັນປະເພດດັ່ງຕໍ່ໄປນີ້:

ຄົນ​ພາຍນອກ:

ຄົນພາຍ​ໃນ:

ໂຄງຮ່າງການຈັດຕັ້ງ ຈຸງານໂຄສະນາເຜີຍແຜ່.