ປ່າສະຫງວນນາກາຍນໍ້າເທີນໄດ້ປະກາດເປັນປ່າສະຫງວນແຫ່ງຊາດ ຕາມດໍາລັດສະບັບເລກທີ 164/ນຍ, ລົງວັນທີ 29/10/1993 ແລະ ຕໍ່ມາກໍ່ໄດ້ປະກາດເປັນອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຕາມດໍາລັດເລກທີ 36/ນຍ, ລົງວັນທີ 15 ກຸມພາ 2019. ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມີເນື້ອທີທັງຫມົດ 427.770 ຮຕ ກວມເອົາ 2 ແຂວງ ຄື ແຂວງຄໍາມ່ວນ (ເມືອງນາກາຍ, ເມືອງຍົມມະລາດ, ເມືອງບົວລະພາ) ແລະ ແຂວງບໍລິຄໍາໄຊ (ເມືອງຄໍາເກິດ). ພື້ນທີ່ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມີລັກສະນະພູມສັນຖານ ເປັນພູສູງ ສະຫຼັບ ພູພຽງ ຕັ້ງຢູ່ລຽບສາຍພູຫຼວງ, ເບື້ອງທິດຕາເວັນອອກ ມີຊາຍແດນປະເທດຫວຽດນາມ ມີຄວາມຍາວ 160 ກິໂລແມັດ, ທິດຕາເວັນຕົກຕິດກັບປ່າສະຫງວນແຫ່ງຊາດພູຫີນປູນ ມີຄວາມຍາວ 144 ກິໂລແມັດ, ທິດເໜືອຕິດກັບ ເມືອງ ນາກາຍ-ຄໍາເກີດ ມີຄວາມຍາວ 156 ກິໂລແມັດ ແລະ ທິດໃຕ້ ຕິດກັບ ເມືອງ ຍົມມະລາດ-ບົວລະພາ (ອຸທິຍານຫີນໜາມໜໍ່) ມີຄວາມຍາວ 61 ກິໂລແມັດ, ລວມມີ 48 ບ້ານເປົ້າໝາຍ, ໃນນັ້ນ ບ້ານ ຕັ້ງຢູ່ໃນເຂດອຸທິຍານ ມີ 13 ບ້ານ ແລະ ບ້ານຕັ້ງຢູ່ຕິດແປະ ແລະ ອ້ອມຮອບ 35 ບ້ານ ປະກອບມີ 8.212 ຄອບຄົວ ແລະ ມີປະກອນທັງຫມົດ 49.953 ຄົນໃນນັ້ນ ຍີງ 24.501 ຄົນ, ເຊີ່ງປະກອບ 7 ຊົນເຜົ່າ (ລາວ, ໄຕຣ, ແຊກ, ມະກອງ, ກຣີ, ບຣູ, ມົ້ງ).
ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເປັນອຸທິຍານແຫ່ງຊາດທີ່ກວ້າງໃຫຍ່ທີ່ສຸດຂອງ ອຸທິຍານແຫ່ງຊາດ ໃນ ສປປ ລາວ ແລະ ກໍ່ເປັນເຂດໜຶ່ງທີ່ມີຄວາມສໍາຄັນໃນການອະນຸລັກຊີວະນາໆພັນປະກອບ ມີເຄື່ອງປ່າຂອງດົງ 917 ຊະນິດ. ນອກຈາກນັ້ນແລ້ວຍັງມີຊະນິດພັນສັດປ່າ ແລະ ສັດນໍ້າຫລາຍຊະນິດ ເຊີ່ງປະກອບດ້ວຍ: ສັດລ້ຽງລູກດ້ວຍນໍ້ານົມ 92 ຊະນິດ, ສັດເລືອຄານ 29 ຊະນິດ, ສັດເຄີ່ງບົກເຄີ່ງນໍ້າ 25 ຊະນິດ, ນົກ 403 ຊະນິດ ແລະ ປາ 69 ຊະນິດ.





Users Today : 9
Users Yesterday : 35
This Month : 44
This Year : 44
Total Users : 3987