Nakai Nam Theun National Park

ຄຸ້ມຄອງ, ປົກປັກຮັກສາຊັບພະຍາກອນທໍາມະຊາດ
Click Here
ກວດກາຕິດຕາມຊີວະນາໆພັນ, ວິເຄາະຂໍ້ມູນ
Click Here
ຍົກສູງປະສິດທິພາບ ແລະ ພັດທະນາຊີວິດການເປັນຢູ່
Click Here
ຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວໂດຍໃຫ້ຊຸມຊົນມີສ່ວນຮ່ວມ
Click Here
ໂຄສະນາເຜີຍແຜ່ປູກຈິດສໍານຶກດ້ານການອະນຸລັກໃຫ້ແກ່ຊຸມຊົນ
Click Here
Previous slide
Next slide

ຂ່າວສານ

ຂ່າວສານ
Arnith soukharath

ກິດຈະກຳສ້ອມແປງຂົວຂ້າມຫ້ວຍແກ້ຜ້າ ບ້ານ ທົ່ງນ້ອຍ ເຂດເຕິງໂດຍການມີສ່ວນຮ່ວມຂອງຊຸມຊົນ

ວັນທີ 17-20 ເດືອນ ມີຖຸນາ ປີ 2024  ໄດ້ສ້າງກິດຈະກຳສ້ອມແປງ ຂົວໄມ້ຫ້ວຍຫາດແກ້ຜ້າ (ຍາວ 9 ແມັດ) ບ້ານ ທົ່ງນ້ອຍ ເຂດເຕິງໂດຍການມີສ່ວນຮ່ວມຂອງຊຸມຊົນເພື່ອອຳນວຍຄວາມສະດວກໃຫ້ກັບການສັນຈອນໄປມາຫາສູ້ກັນລະຫວ່າງບ້ານຕໍ່ບ້ານໃນເຂດເຕິງເຊິ່ງໃນນັ້ນກໍ່ແມ່ນການມີສ່ວນຮ່ວມຂອງຊຸມຊົນເປັນເຈົ້າການໃນການຈັດຕັ້ງປະຕິບັດໃນການປັບປຸງເພື່ອໃຫ້ໄປມາໄດ້ໃນ 2 ລະດູ

Read More »

ຄະນະກວດກາເອກະລາດ IMA ລົງຕິດຕາມການຈັດຕັ້ງປະຕິບັດວຽກງານຂອງ ກອຊ.ນທ ໃນຄັ້ງວັນທີ 11-28 ພຶດສະພາ 2024

ໃນວັນທີ 11-28 ພຶດສະພາ 2024 ຄະນະກວດກາເອກະລາດໄດ້ລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ ເດືອນມັກອນ-ເດືອນເມສາ 4ເດືອນຕົ້ນປີ 2024  ຂອງ ກອງຄຸ້ມຄອງອຸທິຍານແຫ່ງຊາດ-ນາກາຍນໍ້າເທີນ, ກອງຄູ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ 4ເດືອນຕົ້ນປີ 2024 ຮ່ວມກັບຄະນະກວດກາເອກະລາດ IMA ແລະ ພ້ອມດຽວກັນນັ້ນທາງ ຄະນະກວດກາເອກະລາດ IMA

Read More »

ຝຶກອົບຮົມເວັບໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ ວັນທີ 19-25/05/2024

ຝຶກອົບຮົມ​ເວັບ​ໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ ວັນທີ 19-25/05/2024 ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມຊັ້ນ2 ຂອງກອງຄຸ້ມຄອງອູທິຍານແຫ່ງຊາດນາກາຍ-ນໍ້າເທີນ ວາລະໄດ້ດໍາເນີນການຈັດຕັ້ງປະຕິບັດການຝຶກອົບຮົມເປັນເວລາ 3 ວັນ ເພື່ອສ້າງຄວາມອາດສາມາດໃຫ້ກັບພະນັກງານຜູ້ຮັບຜິດຊອບບໍລິຫານຄຸ້ມຄອງ​ເວັບ​ໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ /*! elementor – v3.19.0 – 05-02-2024 */ .elementor-widget-image{text-align:center}.elementor-widget-image a{display:inline-block}.elementor-widget-image

Read More »
ຂ່າວສານ
Arnith soukharath

ເຈົ້າຫນ້າທີ່ ພັດທະນາຊຸມຊົນ

ອ່ຽນພອນ ອ່ອນເລື້ອງໄຊ ເຈົ້າຫນ້າທີ່ ອຸທິຍາແຫ່ງຊາດ ນາກາຍ ນ້ຳເທີນ ສັງກັດຢູ່ຈຸງານພັດທະນາຊີວິການເປັນຢູ່ ເລິ່ມເຂົ້າມາເຮັດວຽກງານອະນຸລັກນັບຕັ້ງແຕ່ສົກປີ 2022 ເປັນຕົ້ນມາ ຫນຶ່ງໃນເຈົ້າຫນ້າທີ່ທີ່ໄດ້ອຸທິຕົນລົງ ນຳພາຊຸມຊົນເພື່ອສູ້ຊົນໃຫ້ບັນລຸວຽກງານພື້ນຖານໂດຍສະເພາະເພື່ອຫລຸດພົ້ນອອກຈາກຄອບຄົວທຸກຍາກຕາມດຳລັດ 348 ຂອງລັດຖະບ້ານ.

Read More »
ຂ່າວສານ
Arnith soukharath

ວຽກງານ ສໍຳຫຼວດຈຸດສ້ອມແປງເສັ້ນທາງຂະນາດນ້ອຍ ແຕ່ບ້ານຕອງ ຫາ ບ້ານ ປຸ່ງສ້ານ

ໃນຄັ້ງວັນທີ່ 20/02/2024 ວິຊາການພັດທະນາກອງຄຸ້ມຄອງໄດ້ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ນາກາຍ ພ້ອມຄະນະຊີ້ນຳເຂດ ລົງກວດການສະພາບການປັບປຸງເສັ້ນທາງ ລະຫວ່າງບ້ານ ຕອງ ຫາ ປຸ່ງສ້ານ ທີ່ມີຄວາມຍາວ 3.94 ກິໂລແມັດ ສຳເລັດການປັບປຸງ

Read More »
ຂ່າວສານ
Viyada Phinsavanh

ເຮືອໃຫຍ່ນາກາຍນໍ້າເທີນ2

ນາກາຍນໍ້າເທີນຕັ້ງຢູ່ທິດຕາເວັນອອກສຽງເໜືອຂອງແຂວງຄໍາມ່ວນເຊິ່ງມີແຫຼ່ງຜະລິດໄຟຟ້າໂດຍມີ ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ເປັນຜູ້ປົກຮັກສາປ່າໄມ້ ແລະ ທໍາມະຊາດເພື່ອສະໜອງແຫຼ່ງນໍ້າໃນການປ້ອນເຂົ້າເຮືອນຈັກຜະລິດໄຟຟ້າ ແມ່ນໍ້າຫຼາຍສາຍມາລວມຕົວກັນເອີ້ນວ່ານໍ້າເທີນ ມີຫຼາກຫຼາຍຊີວະນາໆພັນບໍ່ຈະເປັນພັນພືດ, ພັນໄມ້, ພັດສັດ ນັກທ່ອງທ່ຽວມັກມາທ່ຽວຊົມເຮືອໃຫຍ່ ແລະ ນໍ້າທີ່ເຄີຍຄືກັບທະເລ ຫຼືເອີນວ່າທະເລລາວ /*! elementor – v3.19.0 – 05-02-2024 */

Read More »
ຂ່າວສານ
Khomphanith PHETSAYTHONG

ພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ

ພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ ວັນທີ 14 ພຶດສະພາ 2024 ນີ້ ຢູ່ທີ່ຫ້ອງການບ້ານນາທ່ອນ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ ລະຫວ່າງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດກັບກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນຂື້ນ, ເຂົ້າຮ່ວມເປັນປະທານໂດຍ ທ່ານ

Read More »
ຂ່າວສານ
Thongsavanh Amphavong

ກອງປະຊຸມຖອດຖອນບົດຮຽນຮ່ວມກັບຄູ່ຮ່ວມງານ ກຳລັງປ້ອງກັນຊາດ ເເລະ ກຳລັງປ້ອງກັນຄວາມສະຫົງບສຸກ.

ໃນວັນທີ 2 ພຶດສະພາ 2024 ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໄດ້ຈັດກອງປະຊຸມປຶກສາຫາລືເເລກປ່ຽນບົດຮຽນຮ່ວມກັບຄູ່ຮ່ວມງານ ກຳລັງປ້ອງກັນຊາດ ເເລະ ກຳລັງປ້ອງກັນຄວາມສະຫົງບສຸກ ກ່ຽວກັບວຽກງານປະຕິບັດລະບຽບການ ອຸທິຍານແຫ່ງຊາດນາກາຍ-ນ້ຳເທິນ ໃນໄລຍະຜ່ານມາ ເເລະ ທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມໃນຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ສີທັດ ພິມມະຈັນ ຮັກສາການ

Read More »
ຂ່າວສານ
Arnith soukharath

ການຕອບສະຫນອງໄຟຟ້າໂຊລ່າເຊວໃຫ້ຊຸມຊົນ ບ້ານ ມະກາ ວຽກງານພັດທະນາຊຸມຊົນ

ບ້ານ ມະກາ ເປັນບ້ານຫນຶ່ງທີ່ມີຊາຍແດດຕິດກັບ ຫວຽດນາມ ຫ່າງຈາກຕົວເມືອງ ນາກາຍ ປະມານ 98,3 ກິໂລແມັດ, ເຊິ່ງເປັນບ້ານຍຸດທະສາດ ທາງພັກ ແລະ ລັດທະບານກໍເລັງເຫັນຄວາມສຳຄັນຈັດເປັນບຸລິມາສິດຈຸດສຸມ ບ້ານ ພັດທະນາ ໃນນັ້ນກໍ່ໄດ້ຮັບທຶນຊ່ວຍເຫລືອຈາກຫລາຍດ້ານໂດຍສະເພາະ ການສະຫນອງໄຟຟ້າໂຊລ່າເຊວໃນສົກປີ 2023 ໄດ້ສຳເລັດການສະຫນອງໄຟຟ້າໂຊລ່າເຊວທັງຫມົດ 53

Read More »
ຂ່າວສານ
ntpadmin

ຂໍເຊີນຊວນທຸກໆທ່ານ ຊົມບູດວາງສະແດງ ແລະ ຮ່ວມສະໜັບສະໜູນສິນຄ້າ ເຄື່ອງຫັດຖະກຳຈັກສານຈາກຝີມື ພໍ່ເເມ່ປະຊາຊົນ ເຂດທ່າໄຜ່ບ້ານ

ຂໍເຊີນຊວນທຸກໆທ່ານ ຊົມບູດວາງສະແດງ ແລະ ຮ່ວມສະໜັບສະໜູນສິນຄ້າ ເຄື່ອງຫັດຖະກຳຈັກສານຈາກຝີມື ພໍ່ເເມ່ປະຊາຊົນ ເຂດທ່າໄຜ່ບ້ານ ທີ່ຢູ່ໃນອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ພ້ອມທັງມີສ່ວນຮ່ວມໃນການສົ່ງເສີມ ວຽກງານການອະນຸລັກປ່າໄມ້ໃຫ້ຍືນຍົງຍາວນານ. ລາຍລະອຽດຕາມເຟດ Thaphaiban new normal crafting ແນະນໍາເລີຍເຈົ້າ

Read More »

ສະຖານທີ່ທ່ຽວຊົມ

1 ວັນ - ໄມ້ຮ້ີງຊາໍ & ຕາດຍ້ີມ
ນໍ້າຕົກຕາດ ຕາດຍ້ິມ

ຍ່າງຂຶ້ນພູໄປທີ່ຕາດຍີ້ມ ແລະ ປ່າໄມ້ຮີ້ງຊໍາ ແລ້ວກິນເຂົ້າປ່າຢູ່ແຄມຊາຍຝັ່ງຕາມສາຍນໍ້າໂຊດທົວດັ່ງກ່າວຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ດ້ວຍເຮືອຫາງຍາວໃນຕອນເຊົ້າໆ.

 

2-3 ວັນ - ຕັ້ງແຄ້ມ ແລະ ຍ່າງປ່າທ່ີນໍ້າໂຊດ
ແກ້ງຫຼວງ
ແກ້ງຫຼວງ

ທ່ຽວຊົມສັດປ່າໃນຕອນກາງຄືນໂດຍການລ່ອງເຮືອ ແລະ ຕັ້ງແຄ້ມຢູ່ທີ່ ແກ້ງຫຼວງ. ເບິ່ງນົກ ແລະ ຟັງສຽງຮ້ອງຂອງທະນີໃນຍາມເຊົ້າໆແລ້ວທ່ຽວຊົມຕາດຍີ້ມ ແລະ ໄມ້ຮີ້ງຊໍາ. ທົວດັ່ງກ່າວແມ່ນຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ຫຼື ຕົວເມືອງນາກາຍ.ທົວດັ່ງກ່າວຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ດ້ວຍເຮືອຫາງຍາວໃນຕອນເຊົ້າໆ.

3 ວັນ – ຍ່າງປ່າ, ຕັ້ງແຄ້ມ ແລະ ພັກຜ່ອນແບບໂຮມ
ໂຮມສະເຕແບບຊົນເຜົ່າ

ຍ່າງປ່າເຂົ້າໄປສູ້ເຂດນໍ້າແຈ, ເຊິ່ງເປັນທີ່ຮູ້ຈັກວ່າເປັນບ່ອນຢູ່ອາໄສຂອງບັນດາລີງສາຍພັນຕ່າງໆເຊິ່ງມີທັງ ຄ່າງຫ້າສີ (Red-Shanked Douc) ແລະ ທະນີແກ້ມຂາວ (White-cheeked Gibbon). ພັກຜ່ອນໃນຄໍ່າຄືນທໍາອິດດ້ວຍການພັກໂຮມສະເຕແບບຊົນເຜົ່າໃນໝູ່ບ້ານທີ່ຫ່າງໄກສອກຫຼີກ (ສາມາດເລືອກທີ່ຈະຂີ່ລົດຖີບຂຶ້ນພູເພື່ອເດີນທາງໄປຫາໝູ່ບ້ານໄດ້). ຕັ້ງແຄ້ມໃນຄືນທີ່ສອງຢູ່ທີ່ໃຈກາງຂອງທໍາມະຊາດຜືນປ່ານາກາຍ ນໍ້າເທີນ.

ທຣິບເດີນທາງສໍາຫຼວດ ແລະ ທຣິບທ່ອງທ່ຽວ ແບບເລືອກເອງ
ເຂດທົ່ງກະແຈງ

ທຣິບເດີນທາງສໍາຫຼວດໄປຍັງເຂດອື່ນຂອງ ນາກາຍ-ນໍ້າເທີນ ແມ່ນສາມາດຈັດຂຶ້ນໃຫ້ໄດ້ໂດຍການຂໍອະນຸຍາດແບບພິເສດ. ເຂດເຫຼົ່ານີ້ແມ່ນຈະລວມມີ ທົ່ງກະແຈງ, ເຊິ່ງເປັນທີ່ຮູ້ຈັກສໍາລັບການເບິ່ງກວາງທີ່ຫາຍາກ ແລະ ບັນດາລີງຫຼາກຫຼາຍສາຍພັນ (6-8 ວັນ ໃນການເດີນປ່າ), ເບິ່ງຊ້າງກິນເກືອທີ່ປຸ່ງທຽມ (1-3 ວັນ ເດີນທາງດ້ວຍເຮືອ)ແລະ ສາຍນໍ້າອອນ ສໍາລັບການເບິ່ງນົກ ແລະ ຕາດຄູນ (1-2 ວັນ).

1/2-ມື້ ການຕຶກປາ & ກິນເຂົ້າປ່າ ຢູ່ລານໄຮ-ອ່າງນໍ້າເທີນ
ການຕຶກປາອ່າງນໍ້າເທີນ

ການເດີນທາງໄປຕຶກປາໃນຍາມເຊົ້າ ຫຼື ຕອນກາງເວັນ ຕາມອ່າງນ້ຳເທີນ. ມີກິນເຂົ້າທ່ຽງຢູ່ປ່າ ຢູ່ໂງ່ນຫີນປາກແມ່ນ້ຳ ລານໄຮ. ຖ້າທ່ານໂຊກດີສາມາດເຫັນຊ້າງ & ລີງກັງລຽບຕາມແຄມອ່າງນ້້າເທີນ.

2/3-ມື້ ຍ່າງປ່າເບິ່່ງຂາແດງ & ແຄ້ມນ້ຳແຈ
ຍ່າງປ່າໄປຫານ້ຳແຈ

ຍ່າງປ່າໄປຫານ້ຳແຈ, ຮູ້ວ່າມີ ຂາແດງ & ທະນີແກ້ມຂາວ ຖິ່ນໃຕ້. ນອນແຄ້ມແຮມຄືນຢູ່ໃນເຕັ່ນ ຫຼື ອູູ່ນອນ ແລະ ເຮືອນພັກແຮມຂອງປະຊາຊົນ ຢູ່ໃນບ້ານຊົນເຜົ່າແຫ່ງໜຶ່ງ.