ຄະນະກວດກາເອກະລາດ IMA ລົງຕິດຕາມການຈັດຕັ້ງປະຕິບັດວຽກງານຂອງ ກອຊ.ນທ ໃນຄັ້ງວັນທີ 11-28 ພຶດສະພາ 2024
ໃນວັນທີ 11-28 ພຶດສະພາ 2024 ຄະນະກວດກາເອກະລາດໄດ້ລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ ເດືອນມັກອນ-ເດືອນເມສາ 4ເດືອນຕົ້ນປີ 2024 ຂອງ ກອງຄຸ້ມຄອງອຸທິຍານແຫ່ງຊາດ-ນາກາຍນໍ້າເທີນ, ກອງຄູ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ 4ເດືອນຕົ້ນປີ 2024 ຮ່ວມກັບຄະນະກວດກາເອກະລາດ IMA ແລະ ພ້ອມດຽວກັນນັ້ນທາງ ຄະນະກວດກາເອກະລາດ IMA ກໍ່ຍັງໄດ້ລົງພົບກັບຄູ່ຮ່ວມງານທຸກຫ້ອງການຂອງເມືອງ ນາກາຍ, ຍົມມະລາດ, ບົວລະພາ, ເມືອງຄໍາເກີດ, ພົບກັບອໍນາດການຈັດຕັ້ງບ້ານ ປະຊາຊົນ 3 ເຂດເທິງ ເຂດນາວາງ, ເຂດທ່າໄຜ່ບ້ານ ແລະ ເຂດເຕິງ ເຊິ່ງໄດ້ຮັບການອໍານວຍຄວາມສະດວກຈາກຄູ່ຮ່ວມງານອໍານາດການປົກຄອງບ້ານຊາວບ້ານຫົວໜ້າເຂດເປັນຢ່າງດີ ພາຍຫຼັງທີ່ໄດ້ລົງຕິດຕາມກວດກາທ້ອງຖິ່ນສໍາແລ້ວກໍ່ໄດ້ມີການປະຊຸມ ແລະ ເຮັດວຽກກັບຄະນະກອງ,ຫົວໜ້າໜ່ວຍງານ, ວິຊາການພະນັກງານ ຂອງກອຊ.ນທ ກ່ອນຈະເດີນທາງໄປເຮັດວຽກ ແລະ ລາຍງານໃຫ້ກັບ ຮອງປະທານສະພາ, ສະມາຊິກສາພາ ບໍລິຫານ ແຂວງຄໍາມ່ວນ, ແຂວງບໍລິຄໍາໄຊ ແລະ ປະທານສະພາບໍລິຫານ ກະຊວງກະສິກໍາ ແລະ ປ່າໄມ້
ຝຶກອົບຮົມເວັບໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ ວັນທີ 19-25/05/2024
ຝຶກອົບຮົມເວັບໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ ວັນທີ 19-25/05/2024 ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມຊັ້ນ2 ຂອງກອງຄຸ້ມຄອງອູທິຍານແຫ່ງຊາດນາກາຍ-ນໍ້າເທີນ ວາລະໄດ້ດໍາເນີນການຈັດຕັ້ງປະຕິບັດການຝຶກອົບຮົມເປັນເວລາ 3 ວັນ ເພື່ອສ້າງຄວາມອາດສາມາດໃຫ້ກັບພະນັກງານຜູ້ຮັບຜິດຊອບບໍລິຫານຄຸ້ມຄອງເວັບໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ /*! elementor – v3.19.0 – 05-02-2024 */ .elementor-widget-image{text-align:center}.elementor-widget-image a{display:inline-block}.elementor-widget-image a img[src$=”.svg”]{width:48px}.elementor-widget-image img{vertical-align:middle;display:inline-block}
ການໂຄສະນາປູກຈິດສໍານຶກໃຫ້ແກ່ເດັກນ້ອຍຂອງໂຄງການອະນຸລັກຊີວະນາໆພັນເຂດເທິງ
ເຮືອໃຫຍ່ນາກາຍນໍ້າເທີນ2

ນາກາຍນໍ້າເທີນຕັ້ງຢູ່ທິດຕາເວັນອອກສຽງເໜືອຂອງແຂວງຄໍາມ່ວນເຊິ່ງມີແຫຼ່ງຜະລິດໄຟຟ້າໂດຍມີ ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ເປັນຜູ້ປົກຮັກສາປ່າໄມ້ ແລະ ທໍາມະຊາດເພື່ອສະໜອງແຫຼ່ງນໍ້າໃນການປ້ອນເຂົ້າເຮືອນຈັກຜະລິດໄຟຟ້າ ແມ່ນໍ້າຫຼາຍສາຍມາລວມຕົວກັນເອີ້ນວ່ານໍ້າເທີນ ມີຫຼາກຫຼາຍຊີວະນາໆພັນບໍ່ຈະເປັນພັນພືດ, ພັນໄມ້, ພັດສັດ ນັກທ່ອງທ່ຽວມັກມາທ່ຽວຊົມເຮືອໃຫຍ່ ແລະ ນໍ້າທີ່ເຄີຍຄືກັບທະເລ ຫຼືເອີນວ່າທະເລລາວ /*! elementor – v3.19.0 – 05-02-2024 */ .elementor-widget-image{text-align:center}.elementor-widget-image a{display:inline-block}.elementor-widget-image a img[src$=”.svg”]{width:48px}.elementor-widget-image img{vertical-align:middle;display:inline-block}
ການຂະບວນການອອກເແຮງງານລວມຂອງພະນັກງານ ກອຊ.ນທ

ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍນໍ້າເທີນ ອອກແຮງງານລວມ ໃນຄັ້ງທີ່30/04/2024 ຕອນຮັບວັນກໍາມະກອນ



Users Today : 15
Users Yesterday : 35
This Month : 50
This Year : 50
Total Users : 3993