ຍ່າງເບິ່ງນ້ຳຕົກຕາດຍິ້ມ & ກິນເຂົ້າຢູ່ຫາດຊາຍ ຕາມນໍ້າໂຊດ (ໝົດມື້)
ການເດີນທາງໝົດມື້ ເຂົ້າໄປໃນອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ. ຍ່າງປ່າໄປຫາຕາດຍິ້ມ & ກິນເຂົ້າປ່າຢູ່ຫາດຊາຍນ້ຳໂຊດ. ໄກ້ນຳທ່ຽວບ້ານ ຈະຊີ້ບອກພືດທີ່ເປັນຍາຕາມເສັ້ນທາງ ຍ່າງປ່າ. ຢ້ຽມຢາມບ້ານ ນາຫາວ, ເປັນບ້ານຊົນເຜົ່າໜຶ່ງທີ່ນອນຢູ່ໃນອຸທິຍານ, ແລະ ຮຽນຮູ້ກ່ຽວກັບການສານກະຕ່າ. ເບິ່ງນົກ, ລີງເສນ (ເມື່ອມີໂຊກເທົ່ານັ້ນ) ໃນການຂີ່ເຮືອໄປ-ກັບ ຈາກທ່າລັ່ງ. ການທ່ອງທ່ຽວດັ້ງກ່າວນີ້ແມ່ນເຮືອນພັກໂພສີທ່າລັ່ງເປັນຝ່າຍກະກຽມໃຫ້.
ແປຊື່ຂອງຮູບພາບ
Boating on the reservoir ການຂີ່ເຮືອຕາມອ່າງນໍ້າ
Nam Theun 2 Reservoir ອ່າງນໍ້າເທີນ 2
Tad Nyim ຕາດຍິ້ມ
Nam Xot River near Nahao Village ນ້ຳໂຊດຢູ່ໃກ້ບ້ານ ນາຫາວ.
Boating on the reservoir ການຂີ່ເຮືອຕາມອ່າງນ້ຳ
Nam Theun 2 Reservoir ອ່າງນ້ຳເທີນ 2
Tad Nyim ຕາດຍິ້ມ
ຄວາມຍາກ: ປານກາງ
ການເດີນທາງດັ່ງກ່າວນີ້ ລວມທັງການຍ່າງຫາຕາດຍີ້ມປະມານ 2 ຊົ່ວໂມງ ດ້ວຍການປີນພູນເຂົາ.
ຕ້ອງມີໄກ້ນຳທ່ຽວທ້ອງຖິ່ນ.
ເຮືອນພັກຈະຕ້ອງ ຈັດຫາກະກຽມໄກ້ນຳທ່ຽວທ້ອງຖິ່ນໃຫ້ນັກທ່ອງທ່ຽວ.
ໂອກາດໃນການເຫັນສັດປ່າ
ນົກ, ລີງເສນ (ດ້ວຍຄວາມອົດທົນ), ສັດເລືອຄານອື່ນໆ.
ຈອງນຳບັນດາເຮືອນພັກທ້ອງຖິ່ນ
ຈອງນຳເຮືອນພັກໂພສີທ່າລັ່ງ ຫຼື ເຮືອນພັກທ້ອງຖິ່ນອື່່ນໆໃນເມືອງ ນາກາຍ.
ແຜນການເດີນທາງທ່ອງທ່ຽວ
ແຜນການເດີນທາງທີ່ງ່າຍດັ່ງກ່າວນີ້. ໃຫ້ຕິດຕໍ່ເຮືອນພັກໂພສີ ທ່າລັ່ງສຳລັບຂໍ້ມູນເພີ່ມເຕີມ.
7:00 AM – ຮັບປະທານ ອາຫານເຊົ້າຢູ່ ເຮືອນພັກຂອງທ່ານ.
ຈອງອາຫານເຊົ້າຂອງທ່ານໃຫ້ເລີ່ມແຕ່ເດິກກວ່າເກົ່າ.
7:30 AM – ເດີນທາງຈາກທ່າລັງໂດຍເຮືອ
ຂີ່ເຮືອຫາງຍາວໄປຫາບ້ານ ນາຫາວ ຂີ່ຂື້ນຜ່ານອ່າງນ້ຳເທີນ 2 ແລະ ຂື້ນໄປຫານ້ຳໂຊດ.
10:00 AM – ຮອດບ້ານ ນາຫາວ
ຍ່າງເບິ່ງບ້ານຊົນເຜົ່າແຫ່ງນີ້, ຮຽນຮູ້ໂດຍຫຍໍ້ກ່ຽວກັບການສານກະຕ່າ, ເວລາທີ່ອະນຸຍາດໃຫ້.
11:00 AM – ຂີເຮືອຫາຈຸດກິນເຂົ້າປ່ານ້ຳໂຊດ.
ຂີ່ເຮືອໄປຫາຈຸດກິນເຂົ້າປ່າຢູ່ຫາດຊາຍນ້ຳໂຊດ ກັບໄກ້ນຳທ່ຽວບ້ານ, ສະໜຸກກັບກິນເຂົ້າປ່າ ໃນແບບຂອງຄົນລາວ (ມີທາງເລືອກສຳລັບກິນເຈ ກະໄດ້, ຖາມໄກ້ນຳທ່ຽວຂອງທ່ານກ່ອນອອກເດີນທາງ) ລອຍນ້ຳຈັກບາດໜຶ່ງ ຖ້າຫາກວ່າມັນຮ້ອນ.
12:30 – 2:30 PM – ຍ່າງປ່າໄປເບິງນ້ຳຕົກ ຢູ່ຕາດຍິ້ມ.
ຍ່າງປ່າໄປເບິ່ງນ້ຳຕົກ ຢູ່ຕາດຍິ້ມ ຫຼັງຈາກຮັບປະທານອາຫານທ່ຽງແລ້ວ, ໄກ້ນຳທ່ຽວບ້ານຈະຊີ້ບອກພືດທີ່ເປັນຍາພື້ນເມືອງ ລຽບຕາມເສັນທາງ (ນັກທ່ອງທ່ຽວຕ້ອງມີສຸຂະພາບສົມບູນ ແລະ ມັກການພະຈົນໄພເທົ່ານັ້ນ, ຊຶ່ງຈະຕ້ອງໄດ້ປີນຂື້ນໄປຫານ້ຳຕົກຕາດ, ເວລາມີຈຳກັດ)
2:30 – 5:00PM – ກັບຄືນທ່າລັງ
ກັບໄປບ້ານ ນາຫາວ ເພື່ອແວ່ສົ່ງໄກ້ນຳທ່ຽວບ້ານ ກ່ອນເດີນທາງກັບທ່າລັ່ງ. ເບິ່ງນົກ ແລະ ລີງ ໃນຕອນບ່າຍໃນຂະນະທີເດີນທາງກັບ.
“The picnic spot was excellent! And the hike wasn’t to
“ບ່ອນກິນເຂົ້າປ່າແມ່ນດີເລີດ! ແລະ ການຍ່າງປ່າກໍບໍ່ຍາກຫຼາຍ. ພວກເຮົາມັກໃນການຢ້ຽມຢາມຊາວບ້ານ ແລະ ຮຽນຮູ້ວິທີຈັກສານກະຕ່າ. ເທືອໜ້າ ພວກເຮົາຢາກມາຕັ້ງແຄ້ມອີກ”
ຄາເຣັນ ບາບຽນ
ລູກຄ້າກ່າວໄວ້




Users Today : 13
Users Yesterday : 35
This Month : 48
This Year : 48
Total Users : 3991