ການເບິ່ງສັດປ່າໃນຍາມກາງຄືນ & ຍ່າງປ່າເບິ່ງໄມ້ຮິງຊໍາຢູ່ແກ້ງຫຼວງ (2/3 – ມື້)
ການລ່ອງເຮືອຂື້ນຕາມແມ່ນ້ຳ ໄປຫາຈຸດກວດກາ ຫ້ວຍໝາກງາໂດຍຜ່ານຂື້ນໄປຫາຈຸດຍອດນ້ຳ, ລ່່ອງເຮືອລົງລຸ່ມແມ່ນ້ຳໃນຍາມກາງຄືນ ເພື່ອເບິ່ງສັດປ່າທີ່ລວມມີ: ກວາງ, ຟານ, ເຫງັນ, ນາກ ແລະ ກາງເຕັ່ນນອນຢູ່ແກ້ງຫຼວງທີ່ສວຍງາມ. ໃນມື້ທີ່ສອງແມ່ນຍ່າງປ່າໄປເບິ່ງໄມ້ຮິ້ງຊໍາ ແລະ ຕາດຍິ້ມຂອງອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ ທາງເລືອກອື່ນ: ກາງເຕັ່ນນອນຢູ່ຕາມຫາດຊາຍນ້ຳໂຊດທີ່ມີຊື່ສຽງ,ການທ່ອງທ່ຽວນີ້ແມ່ນຈັດຫາໃຫ້ໂດຍ ເຮືອນພັກໂພສີທ່າລັ່ງ.
ແປຮູບພາບ:
Trek from Gaeng Louang to the Swamp Cypress ຍ່າງຈາກແກ້ງຫຼວງຫາໄມ້ຮິງຊຳ
Swamp Cypress ໄມ້ຮິງຊຳ
Tad Nyim ຕາດຍິ້ມ
Night safari & spotlighting ການເບິ່ງສັດປ່າໃນຍາມກາງຄືນ & ການໃຊ້ໄຟເຍືອງເບິ່ງ
Sambar deer ກວາງ
Night safari down the Nam Xot ເບິ່ງສັດປ່າໃນຍາມກາງຄືນ ລ່ອງຕາມນ້ຳໂຊດ
Campsite at Gaeng Louang ຈຸດຕັ້ງແຄ້ມ ແກ້ງຫຼວງ
Traveling upriver to Gaeng Louang ເດີນທາງຂື້ນຕາມແມ່ນ້ຳໄປຫາແກ້ງຫຼວງ
Gaeng Louang Rapids ແກ້ງຫຼວງ
View of Gaeng Louang from the campsite ວິວຂອງແກ້ງຫຼວງຢູ່ຈຸດຕັ້ງແຄ້ມ
View of Gaeng Louang ວິວຂອງແກ້ງຫຼວງ
Trek from Gaeng Louang to the Swamp Cypress ຍ່າງປ່າຈາກແກ້ງຫຼວງໄປຫາໄມ້ຮິງຊຳ
Swamp Cypress ໄມ້ຮິງຊຳ
Tad Nyim ຕາດຍິ້ມ
Night safari & spotlighting ການເບິ່ງສັດປ່າໃນຍາມກາງຄືນ & ການໃຊ້ໄຟເຍືອງເບິ່ງ
Sambar deer ກວາງ
Night safari down the Nam Xot ເບິ່ງສັດປ່າໃນຍາມກາງຄືນລ່ອງຕາມນ້ຳໂຊດ
ຄວາມຍາກ: ຍາກ-ປານກາງ
ການເດີນທາງນີ້ສ່ວນຫຼາຍແມ່ນໃຊ້ເຮືອ ແຕ່ວ່າມີທາງເລືອກໜຶ່ງ ທີ່ຍ່າງຈາກໄມ້ຮິງຊຳ ແລະ ຕາດຍິ້ມປະມານ 4+ ຊົ່ວໂມງ.
ຕ້ອງໃຫ້ມີໄກ້ນຳທ່ຽວທ້ອງຖິ່ນ & ເຮືອ
ເຮືອນພັກຈະກະກຽມໄກ້ນຳທ່ຽວທ້ອງຖິ່ນ ແລະ ເຮືອໃຫ້ ຈາກບ້ານ ນາຫາວໃຫ້, ຊຶ່ງຕ້ອງໃຫ້ມີ
ໂອກາດໃນການເບິ່ງສັດປ່າ
ກວາງ, ຟານ, ເຫງັນ, ນາກ, ສຽງທະນີ (ໃນຕອນເຊົ້າ), ນົກ, ລີງເສນ, ສັດເລືອຄານອື່ນໆ.
ຈອງນຳເຮືອພັກທ້ອງຖິິ່ນ
ຈອງນຳເຮືອນພັກໂພສີທ່າລັ່ງ ຫຼື ເຮືອນພັກນາກາຍ ຣີສອດ ຢູ່ເມືອງ ນາກາຍ.
ແຜນການເດີນທາງທ່ອງທ່ຽວ
ນີ້ແມ່ນການເດີນທາງທີ່ງ່າຍ. ຕິດຕໍ່ເຮືອນພັກໂພສີທ່າລັງສຳລັບຂໍ້ມູນເພີ່ມເຕີມ.
D1 7:00 AM – ຮັບປະທານອາຫານເຊົາຢູ່ເຮືອນພັກຂອງທ່ານ
ຈອງອາຫານເຊົ້າຂອງທ່ານໃຫ້ເລີ່ມແຕ່ເດິກກວ່າເກົ່າ.
D1 7:30 AM – ເດີນທາງຈາກທ່າລັງໂດຍເຮືອ
ຂີ່ເຮືອຫາງຍາວໄປຫາບ້ານ ນາຫາວ ຂີ່ຂື້ນຜ່ານອ່າງນ້ຳເທີນ 2 ແລະ ຂື້ນໄປຫານ້ຳໂຊດ.
D1 10:00 AM – ຮອດບ້ານ ນາຫາວ
ຍ່າງເບິ່ງບ້ານຊົນເຜົ່າແຫ່ງນີ້, ຮຽນຮູ້ກ່ຽວກັບການສານກະຕ່າ ໂດຍໃຊ້ວັດສະດຸທຳມະຊາດເຮັດ.
D1 11:30 AM – ຮັບປະທານອາຫານທ່ຽງຢູ່ບ້ານ ນາຫາວ
ສະໜຸກກັບອາຫານທ່ຽງ ທີ່ກຸ່ມເຮືອນພັກແຮມທ້ອງຖິ່ນເຮັດ. ເພື່ອເປັນທາງເລືອກ: ຮັບປະທານອາຫານທ່ຽງຢູ່ຈຸດຕັ້ງແຄ້ມນ້ຳໂຊດ.
D1 12:30 PM – ເຮືອໄປຫາແກ້ງຫຼວງ
ຂີ່ເຮືອປະຊາຊົນຂື້ນຕາມແມ່ນຳໄປຫາແກ້ງຫຼວງ, ເປັນບ່ອນທ່ານວາງອຸປະກອນຕັ້ງແຄ້ມໄວ້ຫັ້ນ ແລະ ຕັ້ງແຄ້ມໄວ້.
D1 2:00 PM – ເຮືອໄປຫາຈຸດກວດກາຫ້ວຍໝາກງາ
ຂີ່ເຮືອໄປຕໍ່ ທາງທິດເໜືອຫາຈຸດກວດກາຫ້ວຍໝາກງາ. ເບິ່ງໂຕນາກ ແລະ ສັດປ່າຊະນິດອື່ນໆ ຢູ່ລຽບຕາມແຄມນ້ຳ.
D1 6:00 PM – ກິນເຂົ້າແລງຢູ່ຈຸດກວດກາ
ຮັບປະທານອາຫານຄ່ຳຮ່ວມກັນ ກັບພະນັກງານລ່າຕະເວນອຸທິຍານ ຢູ່ຈຸດກວດກາຫ້ວຍໝາກງາ.
D1 8:00 PM – ເບິ່ງສັດປ່າໃນຍາມກາງຄືນ
ລ່ອງເຮືອລົງລຸ່ມແມ່ນ້ຳ ເພື່ອເຍືອງໄຟເບິ່ງສັດປ່າ, ໂດຍມີຄວາມເປັນໄປໄດ້ໃນການພົບເຫັນ ກວາງ, ຟານ, ເຫງັນ ແລະ ຊະນິດອື່ນໆ. ຄຳເຕືອນ: ທ່ານຕ້ອງສວມໃສ່ເສື້້ອແຈັກເກັດເພື່ອຄວາມປອດໄພ ແລະ ຮັກສາຊັບສິນທີ່ມີຄ່າຂອງທ່ານໄວ້ໃນຖົງທີ່່ກັນນ້ຳໄດ້.
D1 10:00 PM – ນອນແຄ້ມຢູ່ແກ້ງຫຼວງ
ສິ່ນສຸດການເບິ່່ງສັດໃນຍາມກາງຄືນ ກັບລົງມາ ຈຸດຕັ້ງແຄ້ມແກ້ງຫຼວງ.
D2 5:30 AM – ຟັງສຽງທະນີຮ້ອງ
ຟັງສຽງຮ້ອງທີ່ອອນຊອນ ຂອງທະນີແກ້ມຂາວທີ່ໄກ້ຈະສູນພັນ ຈາກບໍລິເວນອ້ອມຮອບປ່າໄມ້.
D2 7:00 AM – ອາຫາເຊົ້າ
ເນື້ອໃນແຜນການເດີນທາງ
D2 8:00 AM – ຍ່າງໄປເບິງໄມ້ຮິງ & ຕາດຍິ້ມ
ຍ່າງປ່າໄປເບິ່ງປ່າໄມ້ຮິງຊຳ (5.1 ກິໂລແມັດ) ສຳລັບພະຈົນໄພ ແລະ ຄວາມເໝາະສົມ, ປີນພູລົງມາຫາຕາດຍິ້ມ. ໄກ້ນຳທ່ຽວບ້ານຈະຊີ້ບອກພືດທີ່ເປັນຢາ ລຽມຕາມທາງຍ່າງ ໃນໄລຍະທາງ 4+ ຊົ່ວໂມງ. ເພື່ອທາງເລືອກ: ຖ້າທ່ານບໍ່ມີຄວາມສົນໃຈໃນການຍ່າງ, ໃຫ້ຂີ່ເຮືອກັບຄືນ.
D2 12:00 PM – ຮັບປະທານອາຫານທ່ຽງຢູ່ຫາດຊາຍ & ລອຍນ້ຳ
ຫຼັງຈາກທີ່ທ່ານກັບມາຈາກການຍ່າງປ່າ, ຈົ່ງສະໜຸກກັບການຮັບປະທານອາຫານທ່ຽງຢູ່ຫາດຊາຍ. ລອຍນ້ຳອີກເທື່ອໜຶ່ງ ເປັນເທື່ອສຸດທ້າຍກ່ອນທີ່ຈະຫໍ່ເອົາເຄື່ອງຕັ້ງແຄ້ມ.
D2 2:00 – 4:30PM – ກັບຄືນມາທ່າລັ່ງ
ກັບມາບ້ານ ນາຫາວ ເພື່ອສົ່ງໄກ້ນຳທ່ຽວບ້ານ ກ່ອນເດີນທາງກັບທ່າລັ່ງ. ເບິ່ງນົກ, ລີງເສນ ໃນຕອນບ່າຍຕາມທາງມາ.
D3 Option: ນອນແຄ້ມອີກ 1 ຄືນຢູ່ຈຸດຕັ້ງແຄ້ມນ້ຳໂຊດ.
ຖ້າທ່ານບໍ່ຟ້າວ. ສະໜຸກອີກມື້ໜຶງ ໃນການຕັ້ງແຄ້ມຢູ່ຫາດຊາຍນໍ້າໂຊດ ຢູ່ສົບຍິ້ມ.
“ພວກເຮົາ“ ພວກເຮົາພົບເຫັນໄດ້ຊັດເຈນແທ້ໆ ແມ່ນກວາງ ແລະ ເຫງັນທົ່ວໄປ. ພວກເຮົາກໍຍັງພົບເຫັນນາກນ້ຳ ໃນຕອນເຊົ້າ ແລະ ຕອນສວຍ. ຈຸດຕັ້ງແຄ້ມແກ້ງຫຼວງກໍສວຍງາມຄືກັນ”



Users Today : 15
Users Yesterday : 35
This Month : 50
This Year : 50
Total Users : 3993