ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ (ກອຊ.ນທ) ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ລັດຖະບານ ໂດຍສະເພາະ ກະຊວງກະສິກໍາ ແລະ ປ່າໄມ້, ກົມປ່າໄມ້ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ ເຂດແຫຼ່ງນໍ້າ ນໍ້າເທີນ 2 ຫຼື ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໂດຍການຮ່ວມມື, ປະສານງານ ແລະ ດໍາເນີນການຈັດຕັ້ງປະຕິບັດຮ່ວມ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ, ທ້ອງຖິ່ນ ແລະ ອົງການຈັດຕັ້ງສາກົນ ຄູ່ຮ່ວມພັດທະນາອື່ນໆ.
ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ (ກອຊ.ນທ) ມີພາລະກິດໃນການດຳເນີນຈັດຕັ້ງປະຕິບັດວຽກງານ ຮ່ວມກັບ ຄູ່ຮ່ວມງານ (IP) ແລະ ຊາວບ້ານ ເພື່ອການອະນຸລັກ ແລະ ພັດທະນາຊຸມຊົນ, ເຮັດໜ້າທີ່ເປັນຈຸດປະສານງານ ເພື່ອປະສານ ແລະ ຕອບສະໜອງແນວທາງ ແລະ ທິດນໍາໂດຍລວມ, ກວດກາຕິດຕາມ, ປະເມີນຜົນ ແລະ ໃຫ້ການຊ່ວຍເຫລືອທາງດ້ານວິຊາການ ເພື່ອສະໜັບສະໜູນ ແລະ ຊ່ວຍເຫລືອຂະແໜງການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດກິດຈະກໍາໃຫ້ມີປະສິດທິຜົນສູງ. ກອຊ.ນທ ດໍາເນີນການວາງແຜນການ, ການສະໜອງທຶນ ແລະ ຕິດຕາມປະເມີນຜົນການຈັດຕັ້ງປະຕິບັດກິດຈະກໍາ ຕາມທີ່ໄດ້ກຳນົດໃວ້ໃນແຜນດໍາເນີນງານຂອງຕົນ. ກອຊ.ນທ ເຮັດໜ້າທີ່ເປັນ ຜູ້ມີສິດ-ອຳນາດໃນການພິຈາລະນາຮັບຮອງ ແລະ ເອື້ອອຳນວຍ ຄວາມສະດວກໃນວຽກງານການທ່ອງທ່ຽວທຳມະຊາດ ແລະ ວຽກງານການຄົ້ນຄວ້າພາຍໃນ ອຸທິຍານ.




Users Today : 16
Users Yesterday : 35
This Month : 51
This Year : 51
Total Users : 3994