ຈຸງານປະຕິບັດລະບຽບການ
I. ສະພາບລວມ
ຈຸງານຈັດຕັ້ງປະຕິບັດລະບຽບການແມ່ນຈຸງານໜື່ງທີ່ສຳຄັນໃນການປົກປັກຮັກສາ ຊັບພະຍາກອນທໍາມະຊາດ, ສັດນໍ້າ – ສັດປ່າ, ຊີວະນາໆພັນ ແລະ ຖີ່ນທີ່ຢູ່ອາໄສ ໃນເຂດ ອຸທິຍານ ແຫ່ງຊາດ ນາກາຍ-ນໍ້າເທີນ (ກອຊ-ນທ) ໂດຍສະເພາະແມ່ນເນັ້ນໃສ່ຮັກສາຊະນິດພັນສັດປ່າໃກ້ສູນພັນສະເພາະຖິ່ນສາຍພູຫລວງ, ໃຫ້ຄຽງຄູ່ກັບຄວາມຢູ່ດີກິນດີໃນໄລຍະຍາວຂອງປະຊາຊົນໃຫ້ມີຄວາມຍືນຍົງພ້ອມດຽວກັັັນນັ້ນຈະຕ້ອງໄດ້ຮັບການຈັດຕັ້ງປະຕິບັດກົດໝາຍຢ່າງຢ່າງຕັ້ງໜ້າ ແລະ ມີປະສິດຜົນ. (1) ຮັກສາປະຊາກອນສັດປ່າສະເພາະຖິ່ນສາຍພູຫລວງ ແລະ ຊະນິດພັນອື່ນໆໃນເຂດແຫລ່ງນໍ້າໆເທີນ 2 ທີ່ພວມຕົກຢູ່ໃນສະພາບຖືກໄພຂົ່ມຂູ່ໃນລະດັບຊາດ ແລະ ສາກົນ. ໂດຍການລາດຕະເວນຈະແກ້ໄຂ ແລະ ສະກັດກັ້ນການລ່າສັດລວມທັງໄພຂົ່ມຂູ່ອື່ນໆ. ກິດຈະກໍາ ການຈັດຕັ້ງປະຕິບັດກົດໝາຍທີ່ມີປະສິດທິພາບ, ໂດຍມີການເຂົ້າຮ່ວມຢ່າງເຕັມສ່ວນຂອງຊຸມຊົນທ້ອງຖິ່ນ ແລະ ສຸມໃສ່ໃນສາມເຂດບູລິມະສິດດ້ານຊີວະນາໆພັນ(ທົ່ງກາແຈງ/ເຂດນໍ້າມອນຕອນເທິງ, ເຂດ ນໍ້າແຈ ແລະ ເຂດ ທົ່ງກວ້າງ/ທົ່ງເສັດ). (2.) ຫຼຸດຜ່ອນການລັກລອບລ່າສັດປ່າ ແລະ ການຄ້າຂາຍສັດປ່າ, ຕັດໄມ້ ແລະ ຂຸດຄົ້ນເຄື່ອງປ່າຂອງດົງທີ່ຜິດກົດໝາຍ ໂດຍການປັບປຸງການຮ່ວມມື ສາກົນກັບປະເທດເພື່ອນບ້ານ ແລະ ເພີ້ມທະວີການກວດກາລາດຕະເວນຕາມແນວຊາຍແດນລາວ-ຫວຽດນາມ ໂດຍທະຫານຊາຍແດນ. ຢ່າງເຂັ້ມງວດ. (3). ປັບປຸງປະສິດທິພາບວຽກງານການຈັດຕັ້ງປະຕິບັດລະບຽບການ ແລະ ຖານຂໍ້ມູນໂດຍການນໍາໃຊ້ລະບົບ SMART, ເຊິ່ງເຮັດໃຫ້ ສາມາດຕິດຕາມໄດ້ເຖິງ ລະດັບຄວາມພະຍາຍາມ ແລະ ໄພຂົ່ມຂູ່, ສາມາດ ປະເມີນຜົນການປະຕິບັດ ແລະ ວັດແທກຄວາມຄືບໜ້າເພື່ອກ້າວໄປສູ່ການບັນລຸໄດ້ຕາມ ຈຸດປະສົງ ແລະ ເປົ້າໝາຍ. (4). ປັບປຸງປະສິດທິພາບຂອງການປະຕິບັດລະບຽບການທີ່ມີປະສິດທິພາບ ໂດຍການເສີມສ້າງຄວາມອາດສາມາດ ຂອງ ໜ່ວຍງານທີ່ກ່ຽວຂ້ອງ ໃນການສືບສວນ, ການດຳເນີນຄະດີ ແລະ ການຕັດສິນລົງໂທດ ຜູ້ກະທຳຄວາມຜິດ ກ່ຽວກັບ ສັດປ່າ ແລະ ປ່າໄມ້ໃຫ້ປະສົບຜົນສຳເລັດ. (5). ກັ່ນຕອງ ແລະ ປັບປຸງວຽກງານການລາດຕະເວນ ແລະ ດ່ານເພື່ອຕອບສະໜອງຕໍ່ ການປ່ຽນແປງອັດຕາການພົບເຫັນເຫດການ ໃນຂະນະທີ່ຍັງມີ ການລາດຕະເວນໃຫ້ຄວບຄຸມທົ່ວເຂດອຸທິຍານເພື່ອຕອບສະໜອງໃຫ້ບັນລຸຕາມເປົ້າໝາທີ່ວາງໄວ້.ເພື່ອໃຫ້ບັນລຸຕາມຕົວຊີ້ວັດດັ່ງກ່າວ ຫົວໜ້າຈຸງານ ຫຼື ຄະນະກອງຜູ້ຊີ້ນໍາ-ນໍາພາ ຈະຕ້ອງຮັບຜິດຊອບຕິດຕາມພະນັກງານຂອງຈຸງານ, ມີຄວາມເດັດຂາດ ມີສິດໃນການການຕັດສິນໃຈ, ວຽກງານວິຊາການ ແລະ ການປັບປຸງບຸກຄະລາກອນໃນໜວ່ຍງານທີ່ຕົນເອງຮັບຜິດຊອບໃຫ້ເດັດຂາດໂດຍການຂໍທິດຊີ້ນຳ ແລະ ລາຍງານໃຫ້ຂັ້ນເທີງເປັນໄລຍະ ນອກຈາກນັ້ນຍັງຈະຕ້ອງໄດ້ປັບປຸງລະບົບກວດກາລາດຕະເວນໃຫ້ແທບເໜາະ ແລະ ມີປະສິດທິພາບ. ຊັບຊ້ອນບຸກຄະລາກອນເຂົ້າປະຈຳແຕ່ລະເຂດ, ໜ່ວຍງານ ຕາມຄວາມເໝາະສົມຕາມໂຄງຮ່າງການຈັດຕັ້ງກວດກາລາດຕະເວນ. ສ້າງ ແລະ ປັບປຸງລະບຽບການຄຸ້ມຄອງ ກອຊ.ນທ ໃຫ້ສຳເລັດ ແລະ ທັນກັບເຫດການ, ສ້າງ ແລະ ປັບປຸງຍຸດທະສາດ ການປະຕິບັດການຈັດຕັ້ງປະຕິບັດລະບຽບການຂອງສົກປີ 2022-2026 ໃຫ້ໄດ້ຮອງຮັບຈາກພາກສ່ວນທີ່ກ່ຽວຂ້ອງ ຫຼັງຈານັ້ນຈິ່ງ ສ້າງ ແລະ ປັບປຸງຄູ່ມືດ້ານການຝຶກອົບຮົມເຕັກນິກການກວດກາລາດຕະເວນປ່າ, ດ່ານກວດກາ, ທິມເຄື່ອນທີ່, ການຕິດຕາມ ແລະ ປະເມີນຜົນສະເພາະວຽກກວດກາລາດຕະເວນ ຂອງແຜນດໍາເນີນງານໄລຍະເວລາ ທີ 04 (SEMFOP 4) ປັບປຸງທົບທວນບົດບັນທຶກ(MoU)ກັບຄູ່ຮ່ວມງານຄືນໃໝ່ໂດຍສະເພາະກັບທະຫານທັງສອງແຂວງ ແລະ ວາງແຜນຍຸດທະສາດສະເພາະໃນການສະກັດກັ້ນການລັກລອບຕັດໄມ້, ລ່າສັດ, ຖ່າງປ່າ ແລະ ເກັບກູ້ເຄື່ອງປ່າຂອງດົງ ໃນເຂດ ກອຊ ນທ ໂດຍເນັ້ນໃສ່ 03 ເຂດເທີງໃຫ້ມີປະສິດທິພາບ ແລະ ຍືນຍົງ. ໃຫ້ຖືເອົາວຽກກງານໂຄສະນາປຸກລະດົມວຽກງານອານຸລັກ, ເຜີຍແຜ່ນິິຕິກໍາຕ່າງທີ່ກ່ຽວຂ້ອງທົ່ວເຖີງ, ສ້າງ ແລະ ປັບປຸງອາຊີບໃຫ້ໝັ້ນຄົງໂດຍສະເພາະ ນາຍຟານ, ຈັດສັນຄູ້ມຄອງເຄື່ອງປ່າຂອງດົງຕາມລະດູການ, ຮັກສາການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ, ຫັນປ່ຽນການລ້ຽງສັດແບບທຳມະຊາດໂດຍກົງ 100% ມາສູ່ການການລ້ຽງໃນພື້ນທີ່ທີ່ສາມາດຄູ້ມຄອງໄດ້ຕາມຄວາມສາມາດ, ສ້າງເຂື່ອຄ່າຍຕະຫຼາດນັດຕາມລະດູການສ້າງລາຍຮັບທີ່ໝັ້ນຄົງໃຫ້ຊຸມຊົນພ້ອມຫຼຸດຜ່ອນຄວາມທຸກຍາກໃຫ້ສຳເລັດຕາມເງື່ອນໄຂມາດຖານເທື່ອລະກ້າວ.
II. ເປົ້າໝາຍ.
ສ້າງຊຸມຊົນໃຫ້ເປັນຕົວແບບໃນ 13 ບ້ານເປົ້າໝາຍໃນ 03 ເຂດທີ່ອາໃສຢູ່ໃນອຸທິຍານແຫ່ງຊາດໃຫ້ເປັນເຈົ້າການໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ປ່າໄມ້, ສັດນໍ້າ-ສັດປ່າ ແລະ ເຄື່ອງປ່າຂອງດົງ ຄຽງຄູ່ກັບການປົກປັກ ຮັກສາເນື້ອທີ່ການປົກຫຸ້ມ ຂອງປ່າໄມ້ ໄດ້ 86%. ແລະ ຮັກສາຊີວະນາໆພັນທີ່ສໍາຄັນສະເພາະຖິ່ນ ໂດຍເຂັ້ມງວດການປະຕິບັດລະບຽບການຢ່າງມີປະສິດທິຜົນສູງ ສາມາດຫລຸດຜ່ອນໄພຂົ່ມຂູ່ໃນເຂດອຸທິຍານແຫ່ງຊາດນາກາຍ-ນໍ້າເທີນໃຫ້ 70% ພາຍໃນປີ 2026.
III. ຈຸດປະສົງ.
- ສ້າງບ້ານໃຫ້ເປັນຕົວແບບໃນ 13 ບ້ານເປົ້າໝາຍໃນ 03 ເຂດທີ່ອາໃສຢູ່ໃນອຸທິຍານແຫ່ງຊາດໃຫ້ເປັນເຈົ້າການໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ປ່າໄມ້, ສັດນໍ້າ-ສັດປ່າ ແລະ ເຄື່ອງປ່າຂອງດົງ ໃຫ້ໄດ້ 50% ພາຍໃນປີ 2026.
- ຫຼຸດຜ່ອນການລັກລອບລ່າສັດປ່າ, ຕັດໄມ້ ແລະ ເກັບກູ້ເຄື່ອງປ່າຂອງດົງທີ່ຜິດລະບຽບໃນເຂດຄູ້ມຄອງນຳໃຊ້ໃຫ້ໄດ້ 30%, ເຂດຫວງຫ້າມໃຫ້ໄດ້ 50% ແລະ ເຂດບຸລິມາສິດຮັກສາພັນສັດປ່າ ໃຫ້ໄດ້ 70% ໂດຍການເພີ້ມທະວີການປະຕິບັດລະບຽບການຢ່າງມີປະສິດທິພາບ ແລະ ກວດກາລາດຕະເວນຂອງຊຸມຊົນທີ່ມີປະສິດທິຜົນສູງ
- ຮັກສາປະຊາກອນສັດປ່າສະເພາະຖິ່ນສາຍພູຫລວງ ແລະ ຊະນິດພັນອື່ນໆໃນເຂດແຫລ່ງນໍ້າໆເທີນ 2 ໃຫ້ມີຄວາມສາມາດແຜ່ຜັນ ແລະ ເພີ່ມປະຊາກອນຂື້ນ 30%ໃນປີ 2026.
IV. ໂຄງຮ່າງການຈັດຕັ້ງ.
ຈຸງານປະຕິບັດລະບຽບການ: ຈະປະກອບມີ ຫົວໜ້າ ແລະ ຮອງຈຸງານ, ທີ່ປຶກສາປະຕິບັດລະບຽບການ, ວິຊາການສະເພາະດ້ານ ແລະ ຜູ້ຊ່ວຍຖານຂໍ້ມຸນ (SMART), ຄະນະສະເພາະກິດ ຫຼື ທິມເຄື່ອນທີ່ພິເສດ, ຜູ້ທີ່ຮັບຜິດຊອບເຂດ, ກຸ້ມບ້ານ, ທະຫານ ແລະ ທີມລາດຕະເວນຂັ້ນບ້ານ.(ແຜນວາດ ໂຄງຮ່າງການຈັດຕັ້ງຈຸງານປະຕິບັດລະບຽບການ).
V. ພື້ນທີ່: ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ.
ການກວດກາລາດຕະເວນ ເພື່ອສະກັດກັ້ນການກະທຳຜິດກົດໝາຍຂອງທິມງານໃນເບື້ອງຕົ້ນນີ້ ແມ່ນຈະໄດ້ສຸມໃສ່ສະເພາະສາມເຂດບູລິມະສິດເປັນຫຼັກໆ ໂດຍມີຈຸດປະສົງສະກັດກັ້ນ ການລ່າສັດ, ໂດຍສະເພາະ ການໃສ່ແຮ້ວ ຕ້ອງໃຫ້ຫຼຸດລົງໄປໃນລະດັບທີ່ເຫຼືອໜ້ອຍທີ່ສຸດ ຫຼື ບໍ່ມີເລີຍພາຍໃນພື້ນທີ່ດັ່ງກ່າວ. ເມື່ອຈຸດປະສົງດັ່ງກ່າວຫາກບັນລຸຜົນ, ງົບປະມານ ແລະ ບຸກຄະລາກອນຫາກມີຈຳນວນເພີ່ມຂຶ້ນຕາມຄວາມຕ້ອງການ, ພື້ນທີ່ໃນການກວດກາລາດຕະເວນກໍ່ອາດຈະຖືກຂະຫຍາຍເພີ່ມຕື່ມອີກ. ອີງຕາມການແບ່ງເຂດອຸທິຍານ ຄວນແບ່ງຕາມດໍາລັດ 134 /ລບ, ລົງວັນທີ 13 ພຶດສາພາ 2015. ໃນ ມາດຕາທີ 08: ວ່າດ້ວຍການຈັດແບ່ງເຂດໃນປ່າສະຫງວນ. 1).ເຂດຫວງຫ້າມເດັດຂາດ. 2). ເຂດຄຸ້ມຄອງນຳໃຊ້. 3). ເຂດເຊື່ອມຕໍ່. 4). ເຂດກັນຊົນ ແລະ ນອກຈາກນັ້ນ ກອຊ.ນທ ຍັງອີງຕາມທ່າແຮງດ້ານຊັບພະຍາກອນ ທັງງົບປະມານ ແລະ ຈຳນວນພະນັກງານລາດຕະເວນທີ່ມີຢູ່ໃນກອງຄຸ້ມຄອງ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ການກວດກາລາດຕະເວນ ກໍ່ຄື ການຈັດຕັ້ງປະຕິບັດລະບຽບການ ໃນເຂດອຸທິຍານ, ໂດຍອີງຄວາມສຳຄັນຂອງຊີວະນາໆພັນ ຈິ່ງຈຳເປັນຈະຕ້ອງໄດ້ຈັດບຸລິມາສິດພື້ນທີ່ ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ອອກເປັນເຂດບຸລິມາສິດສຳຄັນດັ່ງນີ້:
ເຂດບຸລິມະສິດຊີວະນາໆພັນ1 (PBA1) ເຂດທົ່ງກະແຈງ/ເຂດນໍ້າມອນຕອນເທິງ, ເຂດບຸລິມະສິດຊີວະນາໆພັນ2 (PBA2) ເຂດນໍ້າແຈ/ຫ້ວຍຕອງ/ຫ້ວຍສະນາບ ແລະ ເຂດບຸລິມະສິດຊີວະນາໆພັນ3 (PBA3) ເຂດທົ່ງກ້ວາງ/ທົ່ງແສດ. ທັງໝົດນີ້ແມ່ນນອນຢູ່ໃນເຂດຫວງຫ້າມເດັດຂາດ
- ເຂດຫວງຫ້າມເດັດຂາດ. ເຂດຫວງຫ້າມເດັດຂາດ(TPZ): ໃນເຂດນີ້ຈະລວມເອົາພື້ນທີ່ທີ່ຢູ່ໃນ ແລະ ນອກເຂດບູລິມະສິດຊີວະນາໆພັນ. ຫ້າມເດັດຂາດບໍ່ໃຫ້ມີການ ລ່າສັດ ຫຼື ດຳເນີນກິດຈະກໍາ ດ້ານກະສິກໍາໃນພື້ນທີ່ນີ້. ການເກັບກູ້ເຄື່ອງປ່າຂອງດົງແມ່ນເຮັດໄດ້ຢ່າງຈຳກັດ ໂດຍອີງຕາມລະບຽບສະເພາະຂອງປ່າສະຫງວນແຫ່ງຊາດ (ຕົວຢ່າງ: ການເກັບນໍ້າເຜິ້ງປະຊາຊົນບ້ານໃດໜຶ່ງ ຕາມເວລາທີ່ກຳນົດໃນແຕ່ລະປີ).ໃນເຂດພື້ນທີ່ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມີເນື້້ອທີ່ທັງໝົດ 2,790 ຕາກິໂລແມັດ. ຈະກວມເອົາ 5,163 ຕາກະໂລລາດຕະເວນ ແລະ ໃນນັ້ນຈະລວມເອົາ 03 ເຂດບຸລິມະສິດຊີວະນາໆພັນ ເຂດອະນຸລັກພິເສດ (SCA): (ແຜນທີ່ 01) ເຂດນີ້ມີລະບຽບການຄຸ້ມຄອງຄືກັນກັບເຂດຄຸ້ມຄອງນຳໃຊ້ ແຕ່ຫ້າມເດັດຂາດບໍ່ໃຫ້ມີການລ່າສັດປ່າທຸກຊະນິດ. ການກໍານົດເອົາສາມເຂດບຸລິມະສິດຊີວະນາໆພັນໃນ ເຂດອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ແມ່ນອີງໃສ່ຜົນການວິເຄາະ ຄວາມອຸດົມສົມບູນທາງດ້ານຊີວະນາໆພັນ ແລະ ໄພຂົ່ມຂູ່ ທີ່ໄດ້ດໍາເນີນໃນລະຫວ່າງກອງປະຊຸມແຜນຍຸດທະສາດການບັງຄັບໃຊ້ກົດຫມາຍທີ່ຈັດຂຶ້ນ ໃນປີ 2016. ເຂດດັ່ງກ່າວນີ້ ກວມເອົາເນື້ອທີ່ລວມກັນປະມານ 700 ກມ2 ອີງໃສ່ຂໍ້ມູນໃນໄລຍະຜ່ານມາ ແລະ ຄຳເຫັນຊ່ຽວຊານ, ເຂດດັ່ງກ່າວໄດ້ຖືກກຳນົດໃຫ້ເປັນເຂດບຸລິມະສິດສຳຄັນອັນດັບສູງ ໃນການປົກປັກຮັກສາພາຍໃນເຂດປ່າສະຫງວນ ເນື່ອງຈາກວ່າ ຍັງມີຊີວະນາໆພັນອຸດົມສົມບູນ ທີ່ມີຄຸນຄ່າສູງລວມຢູ່ໃນນັ້ນດ້ວຍ.
- ເຂດບຸລິມະສິດຊີວະນາໆພັນ1 (PBA1) ເຂດທົ່ງກະແຈງ/ເຂດນໍ້າມອນຕອນເທິງ:
ເປັນເຂດບຸລິມະສິດ ອັນດັບສູງສູດ ເນື່ອງຈາກມີຄວາມອຸດົມສົມບູນ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນສູງສຸດ. ເປັນເຂດທີ່ມີຄວາມສູງຈາກລະດັບນໍ້າທະເລ ມີປ່າດົງດິບຊຸ່ມຊື່ນ ເຊິ່ງມີແນວໂນ້ມວ່າອາດຈະຍັງມີ ເສົາຫຼາ ຫຼົງເຫຼືອຢູ່ ແລະ ເປັນຖິ່ນທີ່ຢູ່ອາໄສຂອງປະຊາກອນ ນົກວູ່ວາວ ແລະ ເຫັງນຫາງກ່ານ. ພ້ອມນັ້ນກໍ່ຍັງເຊື່ອວ່າເປັນພື້ນທີ່ ທີ່ລະດັບການໃສ່ແຮ້ວ ຫຼື ການລ່າປະເພດອື່ນໆແມ່ນຍັງຕໍ່າ ຍ້ອນເປັນເຂດຢູ່ຫ່າງໄກ ສອກຫຼີກ ແລະ ບໍ່ສາມາດເຂົ້າເຖິງໄດ້ງ່າຍ.
- ເຂດບຸລິມະສິດຊີວະນາໆພັນ2 (PBA2) ເຂດນໍ້າແຈ/ຫ້ວຍຕອງ/ຫ້ວຍສະນາບ:
ເຂດນີ້ເປັນເຂດພື້ນທີ່ຕຳ່ທີ່ມີລັກສະນະເປັນປ່າປະສົມ ແລະ ປ່າແປກ. ພື້ນທີ່ນີ້ເປັນຖິ່ນທີ່ຢູ່ອາໄສສຳຄັນຂອງຟານເຂົາໃຫຍ່ ແລະ ສັດຕະກຸນລີງ. ໃນໄລຍະຜ່ານມາການໃສ່ແຮ້ວແມ່ນຢູ່ໃນລະດັບຕໍ່າ ແລະ ສ່ວນຫຼາຍການລ່າສັດທີ່ພົບເຫັນໃນເຂດນີ້ແມ່ນນຳໃຊ້ປືນ.
- ເຂດບຸລິມະສິດຊີວະນາໆພັນ3 (PBA3) ເຂດທົ່ງກ້ວາງ/ທົ່ງແສດ:
ເຂດນີ້ມີຖິ່ນທີ່ຢູ່ອາໄສ ແລະ ຄຸນຄ່າຂອງຊີວະນາໆພັນຄ້າຍຄືກັນກັບເຂດບຸລິມະສິດອັນດັບ2 ແຕ່ມີເສັ້ນທາງທີ່ສາມາດເຂົ້າເຖິງໄດ້ງ່າຍຈາກຫວຽດນາມ
, ສະນັ້ນ
ເຂດດັ່ງກ່າວນີ້ ຈິ່ງເຮັດໃຫ້ເກີດມີລັກລອບລ່າສັດຫຼາຍ. ຈຳນວນປະຊາກອນຂອງຊະນິດພັນທີ່ສໍາຄັນໄດ້ຖືກທໍາລາຍຢ່າງໜັກໜ່ວງ ແລະ ການສະກັດກັ້ນເພື່ອຫລຸດຜ່ອນການລ່າສັດຈະເປັນບັນຫາທ້າທາຍທີ່ສຸດໃນການຄຸ້ມຄອງ
- ເຂດຄຸ້ມຄອງນໍາໃຊ້. ເຂດຄຸ້ມຄອງນຳໃຊ້ (CUZ): ເຂດນີ້ ອະນຸຍາດໃຫ້ລ່າສັດໄດ້ບາງຊະນິດ ແລະ ເກັບກູ້ເຄື່ອງປ່າຂອງດົງ, ແຕ່ບໍ່ອະນຸຍາດໃຫ້ດໍາເນີນກິດຈະກໍາດ້ານກະສິກໍາໄລຍະຍາວ ຫຼື ຂະໜາດໃຫຍ່. ບໍ່ໃຫ້ມີການຖ່າງປ່າເຮັດໄຮ່, ລ່າສັດຫວງຫ້າມ ແລະ ຕັດໄມ້ໃນເຂດດັ່ງກ່າວເດັດຂາດ. ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມີເຂດຄຸ້ມຄອງນຳໃຊ້ທັງໝົດ 1,434 ກມ2ກວມເອົາ 974 ຕາກະໂລໃນການກວດກາລາດຕະເວນ.
- ເຂດເຊື່ອມຕໍ່. ແມ່ນເຂດທີ່ມີການທີມີການເຄື່ອນຢ້າຍຂອງສັດປະແຕ່ລະໆດູການ ເປັນບ່ອນເຊື່ອມຕໍ່ລະຫວ່າງປ່າສະຫງວນນີ້ກັບເຂດອື່ນ.
- ເຂດກັນຊົນ ເຂດກັນຊົນ: ເຂດນີ້ແມ່ນຢູ່ໃນໄລຍະ 100 ແມັດ ຂອງເຂດແດນທັງສອງຝາກ ລະຫວ່າງ ເຂດຫວງຫ້າມເດັດຂາດ ແລະ ເຂດຄຸ້ມຄອງນຳໃຊ້, ເຂດນີ້ບໍ່ໄດ້ມີການປັກປ້າຍ ແລະ ປະຊາຊົນທີ່ເຂົ້າມາໃນ ຫຼື ເຂົ້າໃກ້ເຂດດັ່ງກ່າວໂດຍບໍ່ໄດ້ຕັ້ງໃຈແມ່ນຈະຖືກຕັກເຕືອນ.